spot_img
Homeຂ່າວພາຍ​ໃນສະມາຊິກສະພາແຫ່ງຊາດສະເໜີເພີ່ມຄ່າແຮງງານຂັ້ນຕ່ຳຕື່ມອີກ

ສະມາຊິກສະພາແຫ່ງຊາດສະເໜີເພີ່ມຄ່າແຮງງານຂັ້ນຕ່ຳຕື່ມອີກ

Published on

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງໂດຍລວມແລ້ວແມ່ນ ເຫັນດີເປັນເອກະພາບທາງດ້ານເນື້ອໃນ, ແຕ່ຍັງມີບາງບັນຫາທີ່ຈະຕ້ອງໄດ້ສຶບຕໍ່ປັບປຸງແກ້ໄຂເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ແຮງງານ, ຄຸນນະພາບຂອງປະກັນສັງຄົມ, ການສຶກສາ, ແລະ ອື່ນໆ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 8 ແຂວງຫົວພັນ ໄດ້ກ່າວວ່າ: ໄລຍະຜ່ານມາ ທະນາຄານກາງ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາເງິນເຟີ້ ໃນນັ້ນ ໄດ້ອອກກົດໝາຍ ໃຫ້ປິດກິດ ຈະການຮ້ານແລກປ່ຽນເງິນຕາ ເຫັນວ່າມີຄວາມເຂັ້ມງວດຈິງຈັງເຮັດແທ້, ແຕ່ຈາກການສຳຫລວດ ພົບວ່າສາເຫດຫລັກໆ ທີ່ພາໃຫ້ເກີດອັດຕາເງິນເຟີ້ເພີ່ມຂຶ້ນ ແມ່ນເກີດຈາກອັດຕາແລກປ່ຽນ, ປະລິມານເງິນ, ຄວາມຕ້ອງການ ແລະ ການສະໜອງ, ການນຳເຂົ້າສິນຄ້າ. ສະນັ້ນການແກ້ໄຂບັນຫາອັດຕາແລກປ່ຽນ ໃນປັດຈຸບັນ ແມ່ນເປົ້າໝາຍທີ່ຖືກຕ້ອງສະເໝີໃຫ້ທະນາຄານກາງ ເພີ່ມຄວາມເຂັ້ມງວດການບໍລິຫານຂຶ້ນຕື່ມ ໂດຍສະເພາະແມ່ນການຊຳລະສະສາງ ທີ່ເປັນສະກຸນເງິນກີບ ຕ້ອງລະດົມໃຫ້ທົ່ວສັງຄົມ ຫັນມາໃຊ້ສະກຸນເງິນກີບແບບຈິງຈັງເພື່ອຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວ. ນອກຈາກນີ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຍັງຍົກໃຫ້ເຫັນເຖິງບັນຫາແຮງງານຂັ້ນຕ່ຳ ເຊິ່ງປັດຈຸບັນແມ່ນໄດ້ປັບເພີ່ມຈາກປີຜ່ານມາ 1.200.000 ກີບ ເປັນ 1.300.000 ກີບ ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ ເຮັດໃຫ້ບັນດາແຮງງານ ຫລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດ. ຈາກຜົນສໍາຫລວດຂອງສະຖາບັນການຄ້າ ໃນປີ 2023 ເຫັນວ່າວິສາຫະກິດຂະໜາດນ້ອຍ ແລະ ກາງ 70% ເຫັນດີໃຫ້ເພີ່ມຄ່າແຮງງານໃຫ້ຢູ່ໃນລະດັບ 1.800.000 – 2.000.000 ກີບ, ທັງນີ້ ກໍເພື່ອຄຳນຶງເຖິງຄວາມຢູ່ລອດຂອງແຮງງານ, ໃນຂະນະທີມີພຽງ 15% ບໍ່ເຫັນດີໃຫ້ເພີ່ມຄ່າແຮງງານ.

ນອກຈາກນີ້, ບັນດາມາສະມາຊິກສະພາແຫ່ງຊາດຫລາຍທ່ານ ກໍໄດ້ສະເໝີໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂຫລາຍບັນຫາຕື່ມອີກ ເປັນຕົ້ນແແມ່ນການພັດທະນາພື້ນຖານໂຄງລ່າງ, ພ້ອມສະເໜີໃຫ້ລັດຖະບານ ເພີ່ມເງິນເດືອນຂັ້ນຕໍ່າ ກໍຄືເງິນເດືອນຂອງລັດຖະກອນ, ເພີ່ມເງິນອຸດໜູນໃຫ້ພະນັກງານຂັ້ນບ້ານ, ສ້າງຄວາມເຂັ້ມງວດໃນການຈັດສັນທີ່ດິນໃນຂັ້ນທ້ອງຖິ່ນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...