6 ເດືອນຕົ້ນປີ ເສດຖະກິດຂອງລາວສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ

0
913

ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ພາຍຫລັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ໄດ້ເຮັດໃຫ້ສະພາບການຜະລິດ ແລະ ການບໍລິການ ຢູ່ ສປປ ລາວ ມີທ່າອ່ຽງຂະ ຫຍາຍຕົວດີພໍສົມຄວນ, ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ(GDP) ຂະຫຍາຍຕົວ ໃນລະດັບ 4,8%; ໃນນັ້ນ, ໄຕມາດ 1 (3ເດືອນ) ຂະຫຍາຍຕົວ 4,8% ແລະ ໄຕມາດ 2 ຂະຫຍາຍຕົວ 4,9% (ມະຕິສະພາ ໝົດປີໃຫ້ບັນລຸ 4,5%), ຄິດເປັນມູນຄ່າຕາມລາຄາໃນປີ ເທົ່າກັບ 118.467 ຕື້ກີບ ເທົ່າກັບ 51% ຂອງແຜນການ (ມະຕິສະພາ 234.160 ຕື້ກີບ), ສຳລັບ ຕົວເລກລວມຍອດຜະລິດຕະພັນພາຍໃນ(GDP) ຕໍ່ຫົວຄົນ ແລະ ລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ແມ່ນທ້າຍປີຈິ່ງຈະສາມາດລາຍງານໄດ້.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023 ນີ້ວ່າ: ລັດຖະບານ ໄດ້ເອົາໃຈໃສ່ສົ່ງເສີມ ແລະ ສ້າງເງື່ອນໄຂດ້ານຕ່າງໆ ໃນຂົງເຂດດັ່ງກ່າວຢ່າງຕັ້ງໜ້າ ລວມທັງຕາມແລວທາງເສດຖະກິດຕ່າງໆ ໂດຍສະເພາະໃນການປັບປຸງພື້ນຖານໂຄງລ່າງ, ການສະໜອງເຕັກນິກ-ວິຊາການ, ປັດໄຈການຜະລິດ ລວມທັງການອຳນວຍຄວາມສະດວກໃນການຂົນສົ່ງ ແລະ ອື່ນໆ ຊຶ່ງເຮັດໃຫ້ຄາດໝາຍການຜະລິດ-ການບໍລິການ ທີ່ກໍານົດໄວ້ໃນແຜນການ ມີທັງໝົດ 10 ຕົວຊີ້ບອກແມ່ນສືບຕໍ່ຂະຫຍາຍຕົວດີຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງຫລາຍຂະແໜງການ ກໍໄດ້ມີການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນ, ຂະແໜງກະສິກຳ ຂະຫຍາຍຕົວ 3,8%, ກວມເອົາ 14,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 2,5% ແລະ ກວມເອົາ 17,2% ຂອງ GDP); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4,7%, ກວມເອົາ 36,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 5,0% ແລະ ກວມ 34,2% ຂອງ GDP); ຂະແໜງບໍລິການ ຂະຫຍາຍຕົວ 5,6%, ກວມເອົາ 37,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 4,7% ແລະ ກວມເອົາ 37,5% ຂອງ GDP) ແລະ ພາສີ-ອາກອນຜະລິດຕະພັນ ຂະຫຍາຍຕົວ 3,7%, ກວມເອົາ 11,2% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 4,3% ແລະ ກວມ 11,1% ຂອງ GDP). ປັດໄຈຕົ້ນຕໍ ທີ່ຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວດີຂຶ້ນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຂະແໜງບໍລິການ ໂດຍສະເພາະມາຈາກການຄ້າຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງ, ນອກນັ້ນ, ການທ່ອງທ່ຽວ ແລະ ການຂົນສົ່ງ ກໍຍັງສືບຕໍ່ຂະຫຍາຍຕົວດີຢ່າງຕໍ່ເນື່ອງ.

ສຳລັບ ດ້ານງົບປະມານ ລັດຖະບານ ໄດ້ສຸມໃສ່ຂຸດຄົ້ນແຫລ່ງລາຍຮັບທີ່ບົ່ມຊ້ອນດ້ວຍມາດຕະການຕ່າງໆ ເຊິ່ງໃນ 5 ເດືອນຕົ້ນປີ 2023 ສາມາເກັບລາຍຮັບໄດ້ທັງໝົດ 15.155 ຕື້ກີບ, ຄາດຄະເນ 6 ເດືອນຕົ້ນປີ ລາຍຮັບທັງໝົດ ຈະປະຕິບັດໃຫ້ໄດ້ 18.424 ຕື້ກີບ, ດ້ານການລົງທຶນຈາກພາກເອກກະຊົນພາຍໃນ ແລະ ຕ່າງປະເທດ ໃນ 5 ເດືອນຕົ້ນປີ ໄດ້ອະນຸມັດການລົງທຶນຈາກຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ເຂດເສດຖະກິດພິເສດ ມີທັງໝົດ 8.673 ກິດຈະການ, ລວມມູນຄ່າທັງໝົດ 154.761,98 ຕື້ກີບ ແລະ ໃນ 6 ເດືອນຕົ້ນປີ ຄາດວ່າຈະປະຕິບັດໄດ້ 158.679,63 ຕື້ກີບ.

ສ່ວນການພັດທະນາວັດທະນະທຳ-ສັງຄົມ ກໍ່ມີຫລາຍຂະແໜງການໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ ເປັນຕົ້ນ, ຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ, ຂະແໜງໂຍທາທິການ-ຂົນສົ່ງ ແລະ ດ້ານການພັດທະນາຊົນະນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວ ປະເທດລາວ