Homeຂ່າວພາຍ​ໃນການນຳໃຊ້ນໍ້າຝົນໃນການສະໜອງນໍ້າດື່ມ

ການນຳໃຊ້ນໍ້າຝົນໃນການສະໜອງນໍ້າດື່ມ

Published on

ພີທີເປີດໂຄງການນໍາໃຊ້ນໍ້າຝົນຂອງໂຮງຮຽນ ມສ ໂພນທອງ BiTS ແລະ ຄະນະກຳມະການນຳໃຊ້ນໍ້າຝົນໃນການສະໜອງນໍ້າສະອາດຕາມວາລະຂອງອົງການສະຫະປະຊາຊາດ ຈັດຂຶ້ນວັນທີ 20 ມິຖຸນາ 2023 ທີ່ໂຮງຮຽນ ມສ ໂພນທອງ ເມືອງນາຊາຍທອງ ມີ ທ່ານ ຄຳເກັ່ງ ຈັນທະວົງ ຮອງຄະນະບໍດີຄະນະ ຊັບພະຍາກອນນໍ້າ ທ່ານ ມູຢອງຮັນ ຕາງໜ້າຈາກມະຫາວິທະຍາໄລໂຊ ສ ເກົາຫຼີ ທ່ານ ນາງ ກີຢອງ ແຣນມິນ ຕາງໜ້າຈາກໂຄງການເຣນຟໍອອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວາລິນ ໄຊຍະລາດ ຜູ້ອຳນວຍການໂຮງຮຽນ ມສ ໂພນທອງ ກ່າວວ່າ: ໃນໄລຍະຜ່ານມາໂຮງຮຽນ ມສ ໂພນທອງຍັງບໍ່ສາມາດຕອບສະໜອງທາງ ດ້ານນໍ້າສະອາດເພື່ອດື່ມໃຫ້ແກ່ນັກຮຽນ ສະນັ້ນຈຶ່ງເຮັດໃຫ້ນັກຮຽນສ່ວນ ໃຫຍ່ແມ່ນຊື້ນໍ້າດື່ມຕາມຮ້ານຕ່າງໆ ເຊິ່ງໄດ້ສ້າງຄວາມສິ້ນເປືອງໃຫ້ແກ່ ຜູ້ປົກຄອງ ດັ່ງນັ້ນ ໂຄງການເຣນຟໍອອນຈຶ່ງໄດ້ໃຫ້ການຊ່ວຍເຫຼືອດ້ວຍການ ໄດ້ສະໜອງຖັງເກັບນໍ້າໃຫ້ 4 ຖັງ ສາມາດບັນຈຸນໍ້າໄດ້ທັງໝົດ 20.000 ລີດ ພ້ອມດ້ວຍລະບົບກັ່ນຕອງຕ່າງໆ ເພື່ອເກັບນໍ້າຝົນແລ້ວມາກັ່ນຕອງຕາມ ຂັ້ນຕອນຕ່າງໆ ແລະ ມາດຕະຖານຂອງຂະແໜງການກ່ຽວຂ້ອງວາງອອກ ໃຫ້ສາມາດນຳມາເປັນນໍ້າດື່ມໄດ້ ໂຄງການດັ່ງກ່າວເປັນແຫ່ງທຳອິດຂອງລາວ ປັດຈຸບັນໂຄງການດັ່ງກ່າວແມ່ນສຳເລັດແລ້ວສາມາດນໍ້າໃຊ້ນໍ້າດື່ມໄດ້ ມູນຄ່າ 19.000 ໂດລາ ເພື່ອເຮັດໃຫ້ການສະໜອງນໍ້າດື່ມໃຫ້ພຽງຕະຫຼອດປີ.

ສະນັ້ນ ໂຄງການເຣນຟໍອອນຈະສຶບຕໍ່ສ້າງນໍ້າບາດານໃຫ້ຕື່ມອີກ 1 ຈຸດ ເນື່ອງຈາກວ່າໄລຍະເວລາຂອງລະດູຝົນສັ້ນ ແລະ ບໍ່ຕົກຕາມລະດູການ ສະນັ້ນນໍ້າທີ່ເກັບໄດ້ຈາກນໍ້າຝົນຈະບໍ່ພຽງພໍ ພາຍຫຼັງມອບຮັບແລ້ວຈະຊີ້ນຳ ນຳພາຄູ-ອາຈານກໍຄືນັກຮຽນຈະພ້ອມກັນຮຽນຮູ້ວິທີການນຳໃຊ້ ວິທີການບຳລຸງຮັກສາ ປົກປັກຮັກສານໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ໂອກາດນີ້ສະແດງຄວາມຂອບໃຈມາຍັງ ໂຄງການເຣນຟໍອອນທີ່ສະໜັບສະໜູນໃນການສະໜອງນໍ້ສະອາດໃຫ້ແກ່ຄູ-ອາຈານ ນັກຮຽນໄດ້ດື່ມເຊິ່ງເປັນການປະສອບສ່ວນໃນການຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອຊື້ນໍ້າດື່ມຂອງນັກຮຽນອີກດ້ວຍ.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...