spot_img
Homeຂ່າວຕ່າງປະເທດຄື້ນຄວາມຮ້ອນປົກຫຸ້ມອິນເດຍ ເຮັດໃຫ້ມີຄົນເສຍຊີວິດເກືອບ 100 ຄົນ

ຄື້ນຄວາມຮ້ອນປົກຫຸ້ມອິນເດຍ ເຮັດໃຫ້ມີຄົນເສຍຊີວິດເກືອບ 100 ຄົນ

Published on

ຄື້ນຄວາມຮ້ອນປົກຫຸ້ມອິນເດຍ ໃນຫຼາຍເຂດມີອາກາດຮ້ອນຫຼາຍຈົນເຮັດໃຫ້ຄົນເສຍຊີວິດແລ້ວ 96 ຄົນ ແລະ ມີຄົນເຂົ້າໂຮງໝໍຫຼາຍກວ່າ 300 ຄົນ.

ໃນວັນທີ 18 ມິຖຸນາ 2023 ສະຖານະການຄື້ນຄວາມຮ້ອນທີ່ແຜ່ປົກຄຸມໃນຫຼາຍເຂດຂອງປະເທດອິນເດຍ ກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນ ຫຼ້າສຸດມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 96 ຄົນ ໃນແຂວງອຸດຕະປະເທດ ເຊິ່ງເປັນແຂວງທີ່ມີປະຊາກອນໜາແໜ້ນທີ່ສຸດ ມີຫຼາຍເຖິງ 200 ລ້ານຄົນ ແລະ ແຂວງພິຫານ.

ກ່ອນໜ້ານີ້ ທາງອິນເດຍປະກາດເຕືອນໄພຄື້ນຄວາມຮ້ອນໃນແຂວງອຸດຕະປະເທດ ແລະ ແຂວງພິຫານ ໃນຂະນະທີ່ອຸນຫະພູມເພີ່ມສູງຂຶ້ນເຖິງ 45 ອົງສາ ໂດຍຂໍໃຫ້ປະຊາຊົນທີ່ມີອາຍຸແຕ່ 60 ປີຂຶ້ນໄປ ແລະ ຜູ້ມີປັນຫາທາງດ້ານສຸຂະພາບ ໃຫ້ເຝົ້າລະວັງເປັນພິເສດ ແລະ ຄວນອາໄສຢູ່ໃນເຮືອນໃນຊ່ວງກາງເວັນ.

ທັ້ງນີ້ ເດືອນເມສາ ຫາ ເດືອນມິຖຸນາ ເປັນຊ່ວງລະດູຮ້ອນຂອງອິນເດຍ ທີ່ເປັນເວລາທີ່ຮ້ອນທີ່ສຸດຂອງປີ ໃນຊ່ວງທົດສະວັດທີ່ຜ່ານມາ ອຸນຫະພູມໃນອິນເດຍເພີ່ມສູງຂຶ້ນກວ່າປົກກະຕິ ແລະ ໃນຊ່ວງທີ່ເກີດຄຶ້ນຄວາມຮ້ອນ ອິນເດຍກໍປະສົບກັບບັນຫາຂາດແຄນນ້ຳຢ່າງຮຸນແຮງ.

India Heat Wave, Soaring Up to 123 Degrees, Has Killed at Least 36 - The  New York Times

ແຫຼ່ງຂ່າວ theguardian

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)