spot_img
Homeຂ່າວຕ່າງປະເທດເສຍຫາຍໝົດ! ອຸບັດຕິເຫດ ລົດຕຳຫຼັງຄາບ້ານຊັ້ນ 2 ທີ່ປະເທດໄທ

ເສຍຫາຍໝົດ! ອຸບັດຕິເຫດ ລົດຕຳຫຼັງຄາບ້ານຊັ້ນ 2 ທີ່ປະເທດໄທ

Published on

ຊ່ວງເຊົ້າມືດຂອງວັນທີ 13 ມິຖຸນາ ທີ່ຜ່ານມາ, ເກີດເຫດລົດກະບະເສຍຫຼັກຕຳເອົາເຮືອນປະຊາຊົນ ທີ່ຢູ່ແຄມທາງ ບ້ານນາດອນ ເມືອງອຸດອນທານີ ແຂວງອຸດອນທານີ ປະເທດເທດໄທ, ແຕ່ສິ່ງທີ່ຕົກໃຈທັງຜູ້ພົບເຫັນກໍຄື ລົດຂຶ້ນໄປໄດ້ແນວໃດ ເຊິ່ງລົດຄັນດັ່ງກ່າວຂຶ້ນໄປຄາທີ່ບໍລິເວນຊັ້ນສອງຂອງເຮືອນ. ໂຊກດີເຈົ້າຂອງເຮືອນປອດໄພ, ສ່ວນຄູ່ກໍລະນີທີ່ຂັບລົດກະບະແມ່ນບາດເຈັບເລັກໜ້ອຍເທົ່ານັ້ນ, ສ່ວນສາເຫດຄາດວ່າ: ອາດຈະຕົກຂຸມໃຫຍ່ກາງຖະໜົນແລ້ວເສຍຫຼັກເຮັດໃຫ້ໄປຕຳເອົາເຮືອນປະຊາຊົນ.


ທາງດ້ານ ທ້າວ ອານຸພົງ (ສະຫງວນນາມສະກຸນ) ອາຍຸ 35 ປີ ລູກຊາຍຂອງເຈົ້າຂອງບ້ານ ເປີດເຜີຍວ່າ: ມື້ວານນີ້ ຝົນຕົກໃນຕອນແລງ ແຕ່ໃນຊ່ວງຕອນກາງຄືນມັນຮ້ອນ. ປົກກະຕິແລ້ວນອນຢູ່ຂ້າງເຮືອນທຸກໆມື້ ແຕ່ຄືນທີ່ຜ່ານມາ, ຂ້ອຍບໍ່ຮູ້ວ່າຂ້ອຍຮູ້ສຶກຮ້ອນດັ່ງນັ້ນ ຈຶ່ງພາເມຍ ແລະ ລູກໄປນອນຢູ່ເຮືອນ ຈຶ່ງລອດຕາຍແບບຫວຸດຫວິດ ສ່ວນ​ຄ່າ​ເສຍ​ຫາຍ​ແມ່ນ​ຕ້ອງ​ໄດ້ໄປແຈ້ງຄວາມ, ດຳເນີນຄະດີ ເບິ່ງຜົນເສຍຫາຍທັງລົດ ແລະ ເຮືອນ.

ທີ່ມາ: ແນວໜ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...