spot_img
Homeຂ່າວພາຍ​ໃນຮູບເງົາລາວ "The Signal" ຕິດ 1 ໃນ 5 ຂອງໜັງທີ່ຄວນເບິ່ງໃນງານ Shanghai Film Festival

ຮູບເງົາລາວ “The Signal” ຕິດ 1 ໃນ 5 ຂອງໜັງທີ່ຄວນເບິ່ງໃນງານ Shanghai Film Festival

Published on

ຖືໄດ້ວ່າເປັນການພັດທະນາວົງການຮູບເງົາໃນລາວຫຼາຍ ໂດຍ The Hollywood Reporter ຈັດໃຫ້ “The Signal” ເປັນ 1 ໃນ 5 ຂອງໜັງທີ່ຄວນເບິ່ງໃນງານ Shanghai Film Festival.

“The Signal” ເປັນຮູບເງົາທີ່ກຳກັບໂດຍ ລີ ພົງສະຫວັນ ເປັນຕົວແທນຈາກລາວໃນງານເທສະການ Asian New Talent ທີ່ເລີ່່ມງານຕັ້ງແຕ່ວັນທີ 9 ມິຖຸນາ ຫາ 18 ມິຖຸນາ.

“The Signal” ແມ່ນຮູບເງົາທີ່ຕິດຕາມການເດີນທາງຂອງເດັກຍິງຄົນໜຶ່ງ ເຊິ່ງເດີນທາງເຂົ້າໄປໃນເມືອງເພື່ອຊອກຫາພໍ່ຂອງລາວ, ໃນຂະນະນັ້ນ ກໍໄດ້ໄປຮູ້ຄວາມລັບຂອງຄອບຄົວໜຶ່ງທີ່ເປັນຕາຢ້ານ.

ເທສະການຮູບເງົາຊຽງໄຮ້ ສະຫຼອງຄົບຮອບ 30 ປີ ແລະ ຈັດຂຶ້ນເປັນຄັ້ງທຳອິດນັບຕັ້ງແຕ່ມີການລະບາດຂອງ ໂຄວິດ-19 ເພື່ອຈັດສະແດງຮູບເງົານາໆຊາດຫຼາກຫຼາຍປະເພດ, “The Signal” ຍັງເປັນການຕະໜັກເຖິງຄວາມສາມາດ ແລະ ທ່າແຮງທີ່ພົ້ນເດັ່ນຂອງອຸດສາຫະກຳຮູບເງົາລາວອີກດ້ວຍ.

“The Signal” ​ໄດ້ເຂົ້າ​ຮ່ວມ​ຮູບ​ເງົາທີ່ມີຊື່ສຽງອື່ນໆ​ໃນ​ງານເທສະການຮູບ​ເງົາ​ຢູ່ຊຽງ​ໄຮ້, ລວມ​ທັງ​ຜົນງານ​ຂອງ​ນັກ​ສ້າງ​ຮູບ​ເງົາ​ຈາກ​ຈີນ, ຍີ່​ປຸ່ນ ແລະ​ ປະ​ເທດ​ອື່ນໆ​​ທົ່ວ​ອາ​ຊີ ດ້ວຍບຸກຄົນທີ່ມີຊື່ສຽງ ເຊັ່ນ: ຜູ້ກຳກັບ Yoji Yamada ແລະ ດາລາລະດັບນາໆຊາດເຊັ່ນ Jason Statham ກໍເຂົ້າຮ່ວມງານນີ້, ເທສະການດັ່ງກ່າວ ໄດ້ສັນຍາວ່າຈະເປັນການສະເຫຼີມສະຫຼອງຢ່າງຄຶກຄື້ນຂອງຮູບເງົາໃນອາຊີ ແລະ ເປັນເວທີສຳລັບນັກສ້າງຮູບເງົາໃໝ່ໆທີ່ຈະມາໂຊຜົນງານ.

ແຫຼ່ງຂ່າວ The Laotiane Times, hollywoodreporter

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...