Homeຂ່າວພາຍ​ໃນອັດຕະປື ກຽມຮັບຮອງເອົາວັດຫຼວງເມືອງເກົ່າ-ວັດທາດພະໄຊ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

ອັດຕະປື ກຽມຮັບຮອງເອົາວັດຫຼວງເມືອງເກົ່າ-ວັດທາດພະໄຊ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

Published on

ເມືອງພູວົງ ປຶກສາຫາລືກະກຽມຄວາມພ້ອມເຂົ້າຮ່ວມການສະເຫຼີມສະຫຼອງປະກາດວັດຫຼວງເມືອງເກົ່າ ເເລະ ວັດທາດພະໄຊ ເມືອງ ໄຊເສດຖາ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂອງເເຂວງ ອັດຕະປື.​

ວັນທີ 8 ມີຖຸນາ 2023 ນີ້ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ຈັດກອງປະຊຸມປຶກສາຫາລືກະກຽມການຄວາມພ້ອມເຂົ້າຮ່ວມສະເຫຼີມສະຫຼອງປະກາດວັດຫຼວງເມືອງເກົ່າ ເເລະ ວັດທາດພະໄຊ ເມືອງໄຊເສດຖາ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂອງເເຂວງອັດຕະປື.

ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຊຽງ ພິມມະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຂົ້າຮ່ວມຢ່າງພ້ອມພຽງ ວາລະກອງປະຊຸມໄດ້ພ້ອມກັນພັດປ່ຽນປະກອບຄຳເຫັນ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງເມືອງ ໃຫ້ແຕ່ລະພາກສ່ວນໄດ້ເອົາໃຈໃສ່ ໃນການກະກຽມຄວາມພ້ອມໃນການສົ່ງລາຍການປະກວດຕ່າງໆຂອງເມືອງ ເຊິ່ງຈະໄດ້ນຳໄປສະແດງໃນມື້ງານດັ່ງກ່າວນັ້ນ ຄະນະຮັບຜິດຊອບເເຕ່ລະຂັ້ນເມືອງ ຈະໄດ້ສົ່ງນາງສາວເຜົ່າ,​ ນັກຮ້ອງສຽງດີ,​ ລຳວົງລາວ,​ ອາຫານເທດສະການເມືອງ, ການສະແດງເປົ່າແຄນ,​ ກິດຈະກຳການຮ່ອນຄຳ,​ ການສົ່ງຄຳຂັວນ (ສະໂລແກນ),​ ກ້ອນກຳລັງຂອງເມືອງ,​ ນອກນັ້ນໃນກອງປະຊຸມກໍ່ໄດ້ມີການປະກອບຄຳຄິດຄຳເຫັນປຶກສາຫາລືກັນເພື່ອເປັນ ເອກະພາບໃຫ້ເປັນຂະບວນການຟົດຟື້ນ ດ້ວຍຄວາມເປັນເອກະພາບເພື່ອເປັນການອະນຸລັກ,​ ປົກປັກຮັກສາ ເສີມຂະຫຍາຍບັນດາຄຸນຄ່າທາງປັນຍາ,​ ມໍລະດົກວັດທະນະທຳ,​ ຮີດຄອງປະເພນີອັນດີງາມຂອງຊາດ.

ແຫຼ່ງຂ່າວ ຂ່າວເມືອງພູວົງເເຂວງອັດຕະປື

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...