spot_img
Homeຂ່າວພາຍ​ໃນຍຶດລົດເກັງ Lexus ສວມປ້າຍທະບຽນປອມ

ຍຶດລົດເກັງ Lexus ສວມປ້າຍທະບຽນປອມ

Published on

ໃນວັນທີ 11 ມິຖຸນາ 2023 ຜ່ານມານີ້ ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານຫຼັກ 15 ສົມທົບກັບເຈົ້າໜ້າພາສີຂະແໜງ ກວດກາ ແລະ ສືບສວນ-ສອບສວນ (ກສສ) ໄດ້ອອກເຄື່ອນໄຫວຕິດຕາມ-ກວດກາ ຕາມແຫຼ່ງຂ່າວຜົນລະເມືອງດີລາຍງານວ່າ: ມີລົດເກັງ 1 ຄັນ, ຍີ່ຫໍ້ Lexus ສີປອນໝາຍເລກທະບຽນ ຈຂ 3636 ກໍາແພງນະຄອນ, ເປັນລົດສວມປ້າຍທະບຽນປອມ, ແລ່ນຕາມເສັ້ນທາງເຂດສີໄຄ ຫາສະໝາມບິນວັດໄຕ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍ ແລະ ປະສານສົມທົບກັບເຈົ້າໜ້າຕໍາຫຼວດຈາລະຈອນ ເພື່ອສະກັດກວດກາ-ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດສວມປ້າຍທະບຽນປອມ ບໍ່ມີໃນກົງໂຕນຂອງລະບົບ ຍທຂ, ເຈົ້າໜ້າພາສີ ຈຶ່ງໄດ້ນຳລົດຄັນດັ່ງກ່າວເຂົ້າມາຮັກສາໄວ້ທີ່ພະແນກສືບ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ບ້ານອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອດຳເນີນການຕາມຂັ້ນຕອນຂອງກົດາຍ ແລະ ລະບຽບການຕໍ່ໄປ.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...