Homeອຸບັດເຫດແລະປາກົດການຫຍໍ້ທໍ້ມືຊິງຊັບນັກທ່ອງທ່ຽວ ກໍ່ເຫດແລ້ວ 13 ຄັ້ງ ຖືກສານຕັດສິນຈຳຄຸກ 6 ປີ!

ມືຊິງຊັບນັກທ່ອງທ່ຽວ ກໍ່ເຫດແລ້ວ 13 ຄັ້ງ ຖືກສານຕັດສິນຈຳຄຸກ 6 ປີ!

Published on

DSC_1105 copy

 

ໃນວັນທີ 27 ພະຈິກນີ້ ສານນະຄອນຫລວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ສີສຸພັນ ອາຍຸ 33 ປີ ຢູ່ບ້ານ​ຮ່ອງແກ

ເມືອງໄຊເສດຖາ ຈຳ​ຄຸກ​ເປັນ​ເວລາ 6 ປີ​, ພ້ອມ​ປັບ​ໃໝ​ 6 ລ້ານ​ກີບ ແລະ ຕັດສິນລົງໂທດ ທ້າວ ​ສຸກສາຄອນ ອາຍຸ

22 ປີ ຢູ່ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ໃນຂໍ້ຫາຊິງຊັບພົນລະເມືອງ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ສີສຸພັນ ແລະ ທ້າວ ສຸກສາຄອນ ຖືກເຈົ້າໜ້າທີ່ຈັບຕົວໄດ້ ເມື່ອເດືອນເມສາ 2014 ແລະ

ຮັບສາລະພາບວ່າ:ໄດ້ລົງມືຊິງຊັບພົນລະເມືອງມາແລ້ວ 13 ຄັ້ງ ສ່ວນຫລາຍແມ່ນຊິງຊັບຂອງນັກທ່ອງທ່ຽວຄົນ

ຕ່າງປະເທດ, ໂດຍຄັ້ງລ່າສຸດເມື່ອທັງສອງໄດ້ຂີ່ລົດຈັກ ໄປດຶງກະເປົາຂອງນັກທ່ອງທ່ຽວຢູ່ບໍລິເວນຫໍຫລັກເມືອງ

ບ້ານເພຍວັດເມືອງສີສັດຕະນາກ, ໄດ້ເງິນ 400 ໂດລາສະຫະລັດ, 400.000 ກີບ ແລະ 4000 ບາດ. ຫລັງຈາກນັ້ນ

ກໍຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...