spot_img
Homeຂ່າວພາຍ​ໃນເຈົ້າແຂວງໄຊສົມບູນເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ທາດ

ເຈົ້າແຂວງໄຊສົມບູນເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ທາດ

Published on

ວັນທີ 16 ພຶດສະພາ 2023 ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ, ເມືອງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ໂຄງການ ທີ່ໄດ້ເຊັນສັນຍາສໍາປະທານ (CA) ເພື່ອທົດລອງຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄໍາ, ແຮ່ມັງການ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ.

อาจเป็นรูปภาพของ 10 คน และ ข้อความ

ຈຸດປະສົງການລົງຕິດຕາມ ແລະ ຊຸກຍູ້ບັນດາໂຄງການລົງທຶນດ້ານບໍ່ແຮ່ ຂອງທ່ານເຈົ້າແຂວງຄັ້ງນີ້, ກໍ່ເພື່ອແນໃສ່ຮັບປະກັນໃຫ້ໂຄງການດັ່ງກ່າວ ດຳເນີນການເຄື່ອນໄຫວວຽກງານໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບຫຼັກການ ທັງສາມາດສ້າງຜົນປະໂຫຍດຮ່ວມກັນ. ທ່ານ ຢັງ ຮົງເວີຍ ອໍານວຍການບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ແລະ ທ່ານ ວັນດີ ກວາລີວົງ ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ໄດ້ຕາງໜ້າໃຫ້ຄະນະອຳນວຍການ ແລະ ພະນັກງານຂອງທັງສອງບໍລິສັດ ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ ພາຍຫຼັງທີ່ເຊັນສັນຍາກັບລັດຖະບານເປັນຕົ້ນມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ນັບຕັ້ງແຕ່ຂັ້ນຕອນການກະກຽມ, ການຂຸດຄົ້ນ, ການຜະລິດ, ການແຍກຄຸນນະພາບຂອງແຮ່ທາດ, ກຳລັງການຜະລິດຂອງເຄື່ອງຈັກ ລວມທັງສະພາບອາກາດທີ່ບໍ່ເອື້ອຍອໍານວຍຄວາມສະດວກ, ການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ, ຜົນຜະລິດທີ່ໄດ້ຮັບ, ການມອບພັນທະອາກອນໃຫ້ລັດ ແລະ ອື່ນໆອີກ.

ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານເຈົ້າແຂວງໄຊສົມບູນ ໄດ້ມີຄໍາເຫັນຊີ້ນໍາໃຫ້ໂຄງການ ກໍຄືບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກຂອງຕົນ ໃຫ້ຖືກຕ້ອງໄປຕາມຫຼັກການ ໂດຍການປະຕິບັດວຽກງານຕ້ອງຄໍານຶງເຖິງທໍາມະຊາດເປັນຫຼັກ ເອົາໃຈໃສ່ປົກປັກຮັກສາ ສິ່ງແວດລ້ອມທີ່ຢູ່ອ້ອມຂ້າງ ພ້ອມທັງເອົາໃຈໃສ່ປະກອບສ່ວນພັດທະນາທ້ອງຖິ່ນທີ່ໂຄງການຕັ້ງຢູ່ ດ້ວຍການຊຸກຍູ້ສົ່ງເສີມປະຊາຊົນ ໃຫ້ມີວຽກເຮັດງານທໍາ ຕິດພັນກັບຂະບວນການຜະລິດກະສິກຳເປັນສິນຄ້າ ແລະ ໃນກໍລະນີພົບບັນຫາຕ້ອງຮີບຮ້ອນລາຍງານ ເພື່ອພ້ອມກັນປຶກສາຫາລື ແລະ ຊອກວິທີແກ້ໄຂໃຫ້ທັນເວລາ.

ທີ່ມາ ຈົດໝາຍຂ່າວໄຊສົມບູນ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...