spot_img
Homeຂ່າວພາຍ​ໃນຄົນລາວ 91% ປະສົບບັນຫາດ້ານຄ່າຄອງຊີບຍ້ອນອັດຕາເງິນເຟີ້

ຄົນລາວ 91% ປະສົບບັນຫາດ້ານຄ່າຄອງຊີບຍ້ອນອັດຕາເງິນເຟີ້

Published on

ວັນທີ 10 ພຶດສະພາ ທີ່ຜ່ານມາ ບັນດາອົງການຈັດຕັ້ງທາງສັງຄົມທີ່ມີສ່ວນຮ່ວມໃນເຄືອຂ່າຍໂພຊະນາການ (SUN CSA) ໄດ້ເຜີຍແຜ່ບົດສຶກສາກ່ຽວກັບຜົນກະທົບຂອງອັດຕາເງີນເຟີ້ ຕໍ່ການຄໍ້າປະກັນດ້ານສະບຽງອາຫານໃນ ສປປ ລາວ  ໂດຍມີທ່ານ ແອນໂທນີ້ ແກລນວີລ໌ ທີ່ປຶກສາ ອາວຸໂສວຽກງານສຸຂະພາບແມ່ຍິງ ແລະ RMNCH ຂອງອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ທັງເປັນປະທານຮ່ວມຈາກ SUN CSA ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການສຶກສາຄັ້ງນີ້ດຳເນີນໂດຍ 13 ອົງກອນ ຢູ່ໃນ 14 ແຂວງ ແລະ ພົບວ່າ 91% ຂອງຄົວເຮືອນ ແມ່ນປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້ ການແຜ່ລະບາດຂອງພະຍາດໂຄວິດ ແລະ ການປ່ຽນແປງຂອງດິນ ຟ້າອາກາດຈາກຜົນການສຶກສາບັນດາອົງການຈັດຕັ້ງທາງສັງຄົມຈຶ່ງຢືນຢັນ ຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ໂຄງການຂອງພວກເຮົາສະໜັບສະໜູນ ການດຳລົງຊີວິດກະສິກຳການສຶກສາ ແລະ ສຸຂະພາບສໍາລັບຄົວເຮືອໃນ ປະເທດລາວ ແລະ ສະໜັບສະໜູນຊຸມຊົນທີ່ດ້ອຍໂອກາດທີ່ສຸດໃນລາວທີ່ ໄດ້ຮັບຜົນກະທົບຈາກກອັດຕາເງິນເຟີ້ຄ່າຄອງຊີບທີ່ສູງຂຶ້ນໃນລະດັບທີ່ ແຕກຕ່າງກັນໄປ.

ການສໍາຫຼວດຄວາມໝັ້ນຄົງດ້ານສະບຽງອາຫານຄັ້ງນີ້ ພົບວ່າ 47% ຂອງຄົວເຮືອນຂາດອາຫານຢ່າງໜ້ອຍໜຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ 31% ຂອງຜູ້ຕອບແບບສອບຖາມເຄີຍໄດ້ອົດເຂົ້າ 56% ຂອງຄົວເຮືອນບໍ່ສາມາດ ກິນອາຫານທີ່ດີຕໍ່ສຸຂະພາບ ຫຼືມີໂພຊະນາການໄດ້ຕະຫຼອດປີຜູ້ຕອບແບບ ສອບຖາມເຊື່ອວ່າສິ່ງທ້າທາຍຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງ ເຂົາເຈົ້າແມ່ນເນື່ອງຈາກການເພີ່ມຂຶ້ນຂອງລາຄາອາຫານ (67%) ລາຍຮັບ ບໍ່ພຽງພໍ (66%) ແລະການເພີ່ມຂຶ້ນຂອງລາຄານໍ້າມັນ (63%) ຜູ້ຕອບແບບ ສອບຖາມໃຫ້ຮູ້ວ່າຄົວເຮືອນຂອງເຂົາເຈົ້າຕ້ອງໃຊ້ມາດຕະການແກ້ໄຂທາງ ລົບເຊັ່ນການຊື້ອາຫານໜ້ອຍລົງ (71%) ການຊື້ຫາອາຫານໃຫ້ໄດ້ຫຼາຍຂຶ້ນ (65%) ກິນໜ້ອຍລົງ (52%) ຢືມເງິນ (41%) ແລະ ຂາຍຊັບສິນ (34%) ຄົວເຮືອນທີ່ຕອບແບບສອບຖາມຍັງໃຫ້ຮູ້ວ່າມີການຫຼຸດຜ່ອນການໃຊ້ຈ່າຍ ດ້ານການສຶກສາ (15%) ມີເດັກນ້ອຍຂາດໂຮງຮຽນ ຫຼືປະລະການຮຽນ (13%) ແລະຫຼຸດຜ່ອນການໃຊ້ຈ່າຍໃນການຮັກສາສຸຂະພາບທີ່ຈຳເປັນ (12%) ນອກຈາກນີ້ການສຳຫຼວດອື່ນໆກ່ຽວກັບຄວາມໝັ້ນຄົງດ້ານ ສະບຽງອາຫານເມື່ອບໍ່ດົນມານີ້ພົບບັນຫາທີ່ຄ້າຍຄືກັນຈາກບົດລາຍງານ ການຕິດຕາມປະຈໍາເດືອນຂອງ WFP ພົບວ່າ 12 % ຂອງຄົວເຮືອນໃນລາວ ແມ່ນບໍ່ຄໍ້າປະກັນດ້ານສະບຽງອາຫານການສໍາຫຼວດຂອງອົງການສູພານິມິດ ເມື່ອບໍ່ດົນມານີ້ຍັງພົບວ່າໃນ 9 ແຂວງ ມີປະຊາຊົນ 35% ທີ່ເຄີຍບໍ່ໄດ້ກິນ ອາຫານໝົດມື້ຢ່າງໜ້ອຍໜຶ່ງຄັ້ງໃນປີທີ່ຜ່ານມາ.

ທີ່ມາ Vientiane Mai

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...