Homeຂ່າວການພັດທະນາເຊກອງຄາດຄະເນໝົດປີ 2023 ເສດຖະກິດຈະເຕີບໂຕເພີ່ມຂຶ້ນ 5%

ເຊກອງຄາດຄະເນໝົດປີ 2023 ເສດຖະກິດຈະເຕີບໂຕເພີ່ມຂຶ້ນ 5%

Published on

ຕາມການລາຍງານຂອງທ່ານ ກອງດາວວັນ ວົງສາ ຫົວໜ້າຂະແໜງແຜນການ ພະແນກແຜນການ ແລະ ການລົງທຶນແຂວງ ໃນກອງປະຊຸມກາງສະໄໝ ຄັ້ງທີ I ຄະນະພັກຮາກຖານ ພະແນກແຜນການ ແລະ ການລົງທຶນແຂວງ ໃຫ້ຮູ້ວ່າ: ອີງຕາມຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ຂອງແຂວງເຊກອງ ຕະຫຼອດໄລຍະ 2 ປີເຄິ່ງຜ່ານມາ ເຫັນວ່າອັດຕາການຂະຫຍາຍຕົວຂອງເສດຖະກິດນັບມື້ດີຂຶ້ນເປັນກ້າວໆມາ ແລະ ຄາດຄະເນໝົດປີ 2023 ເສດຖະກິດຂອງແຂວງຈະຂະຫຍາຍຕົວໃນລະດັບ 5%.

ໃນໄລຍະ 2 ປີເຄິ່ງຜ່ານມາ ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເຮັດໜ້າທີ່ຊຸກຍູ້, ຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດຄາດໝາຍດ້ານເສດຖະກິດ ແລະ GDP ເຫັນວ່າການເຕີບໂຕຂອງເສດຖະກິດພາຍໃນແຂວງມີທ່າອ່ຽງເພີ່ມຂຶ້ນ. ໃນປີ 2021 ຂະຫຍາຍຕົວ 3,3% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 2.210 ຕື້ກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 16,9 ລ້ານກີບ ຫຼື ປະມານ 1.735 ໂດລາສະຫະລັດຕໍ່ຄົນຕໍ່ປີ (ອັດຕາແລກປ່ຽນ 9.745 ກີບຕໍ່ 1 ໂດລາ); ປີ 2022 ຂະຫຍາຍຕົວ 4% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 2.531 ຕື້ກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 18,75 ລ້ານກີບ ຫຼື ປະມານ 1.103 ໂດລາສະຫະລັດຕໍ່ຄົນຕໍ່ປີ (ອັດຕາແລກປ່ຽນ 17.000 ກີບຕໍ່ 1 ໂດລາ) ແລະ ຄາດຄະເນຫມົດປີ 2023 ຈະຂະຫຍາຍຕົວໃນລະດັບ 5% ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 2.657,4 ຕື້ກີບ, ສະເລ່ຍໃສ່ພົນລະເມືອງເທົ່າກັບ 19,43 ລ້ານກີບ ຫຼື ປະມານ 1.143 ໂດລາສະຫະລັດຕໍ່ຄົນຕໍ່ປີ (ອັດຕາແລກປ່ຽນ 17.000 ກີບຕໍ່ 1 ໂດລາ).

ໂດຍລວມແລ້ວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງເຊກອງ ຕະຫຼອດໄລຍະ 2 ປີເຄິ່ງຜ່ານມາ ອັດຕາການຂະຫຍາຍຕົວລວມຂອງເສດຖະກິດບັນລຸໄດ້ 4,1% ທຽບໃສ່ແຜນເທົ່າກັບ 58,57% ເຊື່ອແນວ່າຮອດປີ 2025 ອັດຕາການເຕີບໂຕຂອງເສດຖະກິດຈະບັນລຸໄດ້ຕາມແຜນການທີ່ວາງໄວ້.

ແຫຼ່ງຂ່າວ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງເຊກອງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...