spot_img
Homeຂ່າວພາຍ​ໃນຍິງໄວລຸ້ນເລົ່າ ນ້ຳໃບກະທ້ອມເປັນທີ່ມາຂອງເຊື້ອລາໃນສະໝອງ

ຍິງໄວລຸ້ນເລົ່າ ນ້ຳໃບກະທ້ອມເປັນທີ່ມາຂອງເຊື້ອລາໃນສະໝອງ

Published on

ຍິງໄວລຸ້ນອອກມາເລົ່າປະສົບການດື່ມນ້ຳກະທ້ອມໃນໄລຍະເວລາສັ້ນໆ ແຕ່ເສຍເງິນປິ່ນປົວຫຼາຍກວ່າ 160 ລ້ານກີບ.

ໃນວັນທີ 2 ພຶດສະພາ 2023 ມີຜູ້ໃຊ້ເຟສບຸກຊື່ Dy Noudy ອອກມາເລົ່າປະສົບການໃນການດື່ມນ້ຳກະທ້ອມມາເປັນເວລາ 1 ເດືອນເຕັມໆ ຍ້ອນມີບັນຫາທາງຄອບຄົວ ຄິດຫຼາຍ ນອນບໍ່ຫຼັບຄຽດ ເຂົ້ານ້ຳບໍ່ກິນ ຈຶ່ງເຮັດໃຫ້ຕົນດື່ມນ້ຳກະທ້ອມ.

ເມື່ອດື່ມນ້ຳທ້ອມໄປໄລຍະໜຶ່ງ ມີອາການຕີນມືສັ່ນ ເຫັນພາບຫຼອນ ຊັອກ ວູບເປັນບາງເທື່ອ ນ້ຳຕາໄຫຼຕະຫຼອດ ກິນເຂົ້າບໍ່ໄດ້ ຮາກ ເມື່ອເວລາຜ່ານໄປຫຼາຍມື້ກໍມີອາການ ໄຂ້ ເຈັບຫົວ ຈົນໄດ້ເຂົ້າໂຮງໝໍແລ້ວກວດພົບວ່າມີເຊື້ອລາໃນສະໝອງ ເຮັດໃຫ້ຮ່າງກາຍເປັນອຳມະພາດ ຍ່າງບໍ່ໄດ້ ບາງກໍລະນີຮ້າຍແຮງທີ່ສຸດແມ່ນເຖິງຂັ້ນຊັອກເສຍຊີວິດ.

ໃນຂະນະນີ້ຍັງໄດ້ປິ່ນປົວຢູ່ໂຮງໝໍໃນລາວ ແຕ່ຕ້ອງໄດ້ຂ້າມໄປຊື້ຢູ່ອຸດອນ ປະເທດໄທ ເພື່ອໃສ່ຢາປົວສະໝອງ 5 ມື້ 1.900.000 ກີບ ໄດ້ໃສ່ຢາທຸກໆ 5ມື້ ເມື່ອບໍ່ໃສ່ຢາກໍກິນເຂົ້າກິນນ້ຳບໍ່ໄດ້ ວິນຫົວ ໄອ ປວດຮາກ ລຸກຍ່າງບໍ່ໄດ້.

อาจเป็นรูปภาพของ 3 คน, การฝังเข็ม และ โรงพยาบาล

ສ່ວນສາເຫດທີ່ເກີດເຊື້ອລາໃນສະໝອງ ຍ້ອນກິນຢາດີໄອເກີນຂະໜາດ ທີ່ເປັນສ່ວນປະສົມຂອງນ້ຳກະທ້ອມ ແລະ ຍັງກັ່ນຕອງນ້ຳກະທ້ອມບໍ່ລະອຽດ.

ທັ້ງນີ້ ຜູ້ກ່ຽວໄດ້ປິ່ນປົວມາແຕ່ເດືອນ 11 ຈົນເຖິງປັດຈຸບັນ ເປັນເວລາເກືອບ 7 ເດືອນ ໝົດເງິນໄປ 160 ກວ່າລ້ານກີບ ບໍ່ລວມ ຄ່າອາຫານທີ່ຕ້ອງກິນ ບໍ່ລວມປີ້ຍົນບິນກັບປາກເຊ-ວຽງຈັນ ແລະ ແນວທາງຮັກສາອື່ນໆ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...