spot_img
Homeຂ່າວພາຍ​ໃນດ່ານພາສີສາກົນຂົວມິດຕະພາບແຫ່ງທີ II ເກັບລາຍຮັບໄດ້ລື່ນແຜນ

ດ່ານພາສີສາກົນຂົວມິດຕະພາບແຫ່ງທີ II ເກັບລາຍຮັບໄດ້ລື່ນແຜນ

Published on

ໃນງວດ I ຂອງປີ 2023 ດ່ານພາສີສາກົນຂົວມິດຕະພາບ II ຄະນະພັກ, ຄະນະກົມ, ຄະນະພາສີປະຈໍາແຂວງ, ຄະນະດ່ານພາສີໄດ້ເອົາໃຈໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະດວກວ່ອງໄວ, ສຳເລັດຕາມລະດັບຄາດໝາຍ ແລະ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການງວດ.

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ໃຫ້ຮູ້ວ່າ: ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ປະກອບມີກົງຈັກຊ່ວຍວຽກ 3 ກຸ່ມວຽກ, 1 ດ່ານທ້ອງຖິ່ນ, 4 ດ່ານປະເພນີຂຶ້ນກັບ, ມີພະນັກງານ-ລັດຖະກອນທັງໝົດ 49 ຄົນ. ໃນນັ້ນ ມີສະມາຊິກພັກ 38 ສະຫາຍ, ຍິງ 15 ສະຫາຍ, ກວມເອົາ 95% ຂອງຂອງພະນັກງານ-ລັດຖະກອນທັງໝົດ.

ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ, ໃນງວດ I ປີ 2023 ໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ສາມາດເກັບລາຍຮັບໄດ້ 307 ຕື້ກີບເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ 40 ຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 75,51% ຄິດເປັນເງິນປະມານ 132 ຕື້ກວ່າກີບຖ້າທຽບໃສ່ແຜນການປີ (890 ຕື້ກີບ) ເທົ່າກັບ 34,51%.

ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບໃນງວດ I ປີ 2023 ເກີນແຜນການງວດສ່ວນໃຫຍ່ລາຍຮັບໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທຳນຽມ ແລະ ສິນຄ້າປະເພດອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນຂົວມິດຕະພາບ II, ສຸມໃສ່ຫຼາຍມາດຕະການ ຄຸ້ມຄອງການຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນຕາມກໍານົດເວລາ,ປຸກລະດົມຊຸກຍູ້ບັນດາຜູ້ປະກອບການແຈ້ງຂໍ້ມູນລະອຽດເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ຫຼຸດຜ່ອນບັນດາຂັ້ນຕອນທີ່ບໍ່ຈໍາເປັນ, ອໍານວຍຄວາມສະດວກໃຫ່ແກ່ການນໍາເຂົ້າສົ່ງອອກສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະຢ່າງມີປະສິດທິຜົນເປັນຕົ້ນ: ລະບົບການແຈ້ງພາສີອັດຕະໂນມັດ (ASYCUDA), ຕິດຕາມ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍເຊັ່ນ: ພາຫະນະ, ນໍ້າມັນເຊື້ອໄຟ, ການສົ່ງອອກຊັບພະຍາກອນທໍາມະຊາດ ແລະ ຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມລະດັບຄາດໝາຍ ແລະ ອື່ນໆ.

ທີ່ມາ ກະຊວງການເງິນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...