spot_img
Homeຂ່າວພາຍ​ໃນກຽມຈັດສັນການຂາຍເຄື່ອງ ຂອບເຂດສວນສາທາລະນະເຈົ້າອານຸວົງ

ກຽມຈັດສັນການຂາຍເຄື່ອງ ຂອບເຂດສວນສາທາລະນະເຈົ້າອານຸວົງ

Published on

ອີງຕາມການລາຍງານ FM90 ໃນວັນທີ 5 ພຶດສະພາ 2023 ນີ້ໃຫ້ຮູ້ວ່າ: ທ່ານ ນັນຕາ ສານຸວົງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ໃນນາມຕາງໜ້າຄະນະກໍາມະການຈັດສັນຄືນໃໝ່ການຂາຍເຄື່ອງຢູ່ຂອບເຂດສວນສາທາລະນະເຈົ້າອານຸວົງ , ພ້ອມດ້ວຍຄະນະ ໄດ້ຮ່ວມກັນຖະແຫຼງຂ່າວ ໃນວັນທີ 3 ພຶດສະພາ 2023 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໂດຍໃຫ້ຮູ້ກ່ຽວກັບການກະກຽມຈັດສັນຄືນໃໝ່ການຄ້າ-ຂາຍຢູ່ສະຖານທີ່ດັ່ງກ່າວວ່າ: ຈຸດປະສົງຂອງການປັບປຸງເພື່ອເປັນການກະກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ລວມເຖີງ ກຽມຕ້ອນຮັບບັນດາຜູ້ແທນທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີ 2024, ທັງເປັນການປັບປຸງກົນໄກການຄຸ້ມຄອງ ແລະ ຈັດສັນບັນດາຮ້ານຂາຍເຄື່ອງຄືນໃໝ່ ໂດຍເນັ້ນການສົ່ງເສີມການຜະລິດພາຍໃນ ກໍຄື ສິນຄ້າອຸດສາຫະກໍາປຸງແຕ່ງ, ປຸງແຕ່ງຈາກກະສິກໍາ ແລະ ຫັດຖະກໍາ ທີ່ຜະລິດໄດ້ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໄດ້ເຂົ້າມາຈໍາໜ່າຍແລກປ່ຽນຊື້-ຂາຍ.

ນອກຈາກນີ້ ຍັງເປັນການຍົກລະດັບການບໍລິການ ການຄ້າ-ຂາຍໃຫ້ເປັນເອກະລັກ, ທັງຮັກສາໄດ້ວັດທະນາທໍາອັນດີງາມຂອງນະຄອນຫລວງວຽງຈັນ ກໍຄື ຂອງຊາດໃຫ້ມີຄວາມຍືນຍົງ ແລະ ເປັນບ່ອນດຶງດູດການທ່ອງທ່ຽວຢູ່ໃນນະ ຄອນຫຼວງວຽງຈັນ.
​ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບແຜນການປັບປຸງຈັດສັນການຂາຍສິນຄ້າຢູ່ຂອບເຂດສວນເຈົ້າອານຸວົງຄືນໃໝ່ ກໍານົດເນື້ອທີ່ຈັດສັນຮ້ານຄ້າ-ຂາຍຄືນໃໝ່ຕາມຂອບເຂດອະນຸຍາດ ໃຫ້ຕັ້ງຮ້ານຮອດເຂດໜ້າວັດຈັນ, ການຈັດສັນຮ້ານຄ້າ-ຂາຍ ເນັ້ນການຈັດສັນໃຫ້ມີສິນຄ້າຫັດຖະກໍາ ເຄື່ອງທີ່ລະນຶກ ສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຜະລິດພາຍໃນ ເຊິ່ງຈະໄດ້ປິ່ນໜ້າຮ້ານອອກມາໃສ່ຖະໜົນ ເພື່ອຄວາມຈົບງາມ (ປັດຈຸບັນແມ່ນປິ່ນຫຼັງໃສ່ທາງ) ໃຫ້ໄດ້ຈໍານວນ 70 ຮ້ານ ສ່ວນສິນຄ້າອື່ນໆ ແມ່ນຈະໄດ້ຈັດສັນຕາມໝວດໝູ່ຂອງສິນຄ້າຕາມແຜນຜັງຕົວຈິງ.

ພາຍຫຼັງທີ່ໄດ້ມີການຖະແຫຼງຂ່າວຕໍ່ສັງຄົມ ຈະໄດ້ມີການດໍາເນີນການຮ່ວມກັບຊາວຄ້າ-ຂາຍ ເພື່ອໃຫ້ເຂົ້າໃຈ ແລະ ຈັດສັນ ໃຫ້ສໍາເລັດໃນວັນທີ 15 ພຶດສະພາ 2023. ໃນໄລຍະປັບປຸງການຄ້າ-ຂາຍ ດັ່ງກ່າວ ແມ່ນຈະບໍ່ໄດ້ມີການປິດຕະຫຼາດແຕ່ຢ່າງໃດ ແລະ ຍັງມີການບໍລິການເປັນປົກກະຕິ ແຕ່ອາດຈະບໍ່ສະດວກໃນການບໍລິການປານໃດຕໍ່ຜູ້ມາໃຊ້ບໍລິການໃນຄັ້ງນີ້, ເຊີ່ງຄາດໝາຍປັບປຸງຈະໃຫ້ສໍາເລັດສົມບູນບໍ່ໃຫ້ກາຍ ເດືອນພຶດສະພາ 2023.

ກໍານົດເວລາໃນການດໍາເນີນການ ພາຍຫຼັງທີ່ໄດ້ມີການຖະແຫຼງຂ່າວແລ້ວ ຈະໄດ້ມີການດໍາເນີນການຮ່ວມກັບຊາວຄ້າ-ຂາຍ ເພື່ອໃຫ້ເຂົ້າໃຈ ແລະ ຈັດສັນ ໃຫ້ສໍາເລັດ ໃນວັນທີ 15 ພຶດສະພາ 2023 ໃນໄລຍະປັບປຸງການຄ້າ-ຂາຍ ດັ່ງກ່າວ ແມ່ນຈະບໍ່ໄດ້ມີການປິດຕະຫຼາດແຕ່ຢ່າງໃດ ຍັງມີການບໍລິການເປັນປົກກະຕິ ແຕ່ກໍອາດຈະບໍ່ສະດວກໃນການບໍລິການປານໃດ ກໍຂໍອາໄພຕໍ່ຜູ້ມາໃຊ້ບໍລິການໃນຄັ້ງນີ້ ຄາດໝາຍການປັບປຸງ ຈັດສັນໃນຄັ້ງນີ້ ຄາດໝາຍໃຫ້ສໍາເລັດສົມບູນ ບໍ່ໃຫ້ກາຍເດືອນ ພຶດສະພາ 2023.

ທີ່ມາ: FM90

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...