spot_img
Homeຂ່າວລົດໄຟລາວ-ຈີນຊົມເຊີຍການເປີດນຳໃຊ້ລົດໄຟຂ້າມແດນລາວ-ຈີນ ຄັ້ງປະຖົມມະເລີກ!

ຊົມເຊີຍການເປີດນຳໃຊ້ລົດໄຟຂ້າມແດນລາວ-ຈີນ ຄັ້ງປະຖົມມະເລີກ!

Published on

ໃນຕອນເຊົ້າຂອງວັນທີ 13 ເມສາ 2023 ເວລາ 8:08 ນາທີ, ໄດ້ມີພິທີນຳສົ່ງລົດໄຟຂ້າມແດນ “ຂະບວນລ້ານຊ້າງ” ທີ່ອອກຈາກສະຖານີນະຄອນຫຼວງວຽງຈັນ ສປປ ລາວ ມຸ່ງໜ້າໄປຍັງນະຄອນຄຸນໝິງ ສປ ຈີນ ເຊິ່ງຈະໄປຮອດໃນເວລາ 19:38 (ເວລາຈີນ) ຂອງມື້ນີ້. ໃນເວລາດຽວກັນ “ຂະບວນຟູ້ຊິງ” ກໍໄດ້ອອກຈາກສະຖານີຄຸນໝິງໃຕ້ ສປ ຈີນ ແລະ ມຸ່ງໜ້າສູ່ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ຈະມາຮອດໃນເວລາ 17:38 (ເວລາລາວ).

ໃນພິທີດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດກ່າວວ່າ, ພິທີໃນມື້ນີ້ເປັນອີກເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ທັງເປັນປະຫວັດສາດໃນການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ, ທີ່ຍາມໃດກໍ່ໃຫ້ການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະກັນ, ເພື່ອພັດທະນາປະເທດຊາດໃຫ້ມີຄວາມຮັ່ງມີ ເຂັ້ມແຂງ. ດັ່ງທີ່ທ່ານ ສີຈິ້ນຜິງ ໄດ້ກ່າວໄວ້ວ່າ: ການຮັບໃຊ້ປະຊາຊົນແມ່ນຈຸດປະສົງຮ່ວມຂອງສອງພັກລາວ-ຈີນ. ການພົວພັນລະຫວ່າງລາວ-ຈີນກໍ່ໄດ້ເນັ້ນໃຫ້ໃສ່ໃຫ້ເຫັນຄວາມສໍາຄັນກັບປະຊາຊົນ, ແລະສ້າງຜົນປະໂຫຍດໃຫ້ປະຊາຊົນ, ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ.

ຫຼັງຈາກຂ້າມດ່ານສາກົນທີ່ສະຖານີບໍ່ຫ່ານ-ບໍ່ເຕ່ນແລ້ວ ທີ່ສະຖານີບໍ່ເຕ່ນ ແລະ ສະຖານີນະຄອນຫຼວງກໍຈະມີພິທີຕ້ອນຮັບຜູ້ໂດຍສານ ແລະ ນັກທ່ອງທ່ຽວຢ່າງອົບອຸ່ນ ອັນເປັນຂີດໝາຍວ່າລົດລົດໄຟຂ້າມແດນລາວ-ຈີນ ໄດ້ສຳເລັດການເປີດນຳໃຊ້ຢ່າງເປັນທາງການ ເຊິ່ງຈະຊ່ວຍອຳນວຍຄວາມສະດວກໃນການເດີນທາງຂອງປະຊາຊົນ, ຊຸກຍູ້ການຂະແໜງການທ່ອງທ່ຽວ ແລະ ການເຊື່ອມຈອດເຊື່ອມໂຍງລະຫວ່າງປະເທດຂອງຊາດລາວ-ຈີນ ແລະ ພາກພື້ນ.

ທີ່ມາ: LCR

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...