spot_img
Homeຂ່າວອຸບັດຕິເຫດສ່ຽງເກີດອຸບັດຕິເຫດ! ເສັ້ນທາງເລກທີ 13 ໃຕ້ ເຂດຫ້ວຍງູນ້ອຍ ຫາ ຫ້ວຍງູໃຫຍ່

ສ່ຽງເກີດອຸບັດຕິເຫດ! ເສັ້ນທາງເລກທີ 13 ໃຕ້ ເຂດຫ້ວຍງູນ້ອຍ ຫາ ຫ້ວຍງູໃຫຍ່

Published on

ຕາມການລາຍງານຂອງ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດຫ້ວຍງູນ້ອຍ ຫາ ຫ້ວຍງູໃຫຍ່ ແຂວງບໍລິຄໍາໃຊ ທາງພາກສ່ວນກ່ຽວຂ້ອງໄດ້ກໍານົດເປັນເຂດທີ່ມີຄວາມສ່ຽງສູງໃນການເກີດອຸບັດຕິເຫດ ເພາະເສັ້ນທາງດັ່ງກ່າວນັ້ນມີຄວາມຊື່ ແລະ ມີຄວາມຄົດໂຄ້ງເປັນບາງໄລຍະ ແລະ ເສັ້ນທາງດັ່ງກ່າວນີ້ກໍໄດ້ສໍາເລັດໃນການລົງໜ້າຢາງ ເຮັດໃຫ້ຜູ້ຂັບຂີ່ ຂັບຂີ່ໄວ ແລະ ຊິງຂຶ້ນໜ້າບໍ່ຮັບປະກັນ.

ເສັ້ນທາງເລກທີ 13 ໃຕ້ ເປັນເສັ້ນທາງທີ່ກຳລັງຍົກລະດັບ ແລະ ສ້ອມແປງໃໝ່, ບາງໄລຍະກໍປູຢາງສໍາເລັດ ແລະ ບາງໄລຍະກໍກໍາລັງເບີກໜ້າທາງ ເຊິ່ງການຫົດນໍ້າກໍບໍ່ພຽງພໍ ເນື່ອງຈາກວ່າອາກາດຮ້ອນ ເຮັດໃຫ້ມີຂີ້ຝຸ່ນໄງ່ ບາງຈຸດບໍ່ສາມາດແນມເຫັນໃນເວລາລົດສວນທາງມາ ເຊິ່ງມີຄວາມສ່ຽງຫຼາຍພາໃຫ້ເກີດອຸບັດຕິເຫດ; ແຕ່ເສັ້ນທາງທີ່ມັກເກີດອຸບັດຕິເຫດຢູ່ເສັ້ນທາງເລກທີ 13 ໃຕ້ແມ່ນກາຍຂົວປາກກະດິງ ແຂວງບໍລິຄໍາໃຊ ລົງໄປທາງໃຕ້ໜ້ອຍໜຶ່ງຢູ່ບໍລິເວນເຂດ ຫ້ວຍງູນ້ອຍ ຫາ ຫ້ວຍງູໃຫຍ່ ເພາະເສັ້ນທາງດັ່ງກ່າວນັ້ນມີຄວາມຊື່ ແລະ ມີຄວາມຄົດໂຄ້ງເປັນບາງໄລຍະ ແລະ ເສັ້ນທາງດັ່ງກ່າວນີ້ກໍໄດ້ສໍາເລັດໃນການລົງໜ້າຢາງແລ້ວ ແຕ່ຍັງບໍ່ທັນໄດ້ຕິດຕັ້ງປ້າຍ ແລະ ເສັ້ນໝາຍຂອບທາງ-ກາງທາງ ເຮັດໃຫ້ ມີຄວາມສ່ຽງສູງໃນການເກີດອຸບັດຕິເຫດ ພຽງມື້ດຽວເຂດດັ່ງກ່າວເກີດອຸບັດຕິເຫດ ເຖິງ 3 ຄັ້ງ ຍ້ອນຜູ້ຂັບຂີ່ຊິງຂຶ້ນໜ້າບໍ່ຮັບປະກັນ ແລະ ຂັບຂີ່ລົດໄວເກີນກໍານົດ.

ໃນວັນທີ 12 ເມສາ 2023 ເວລາ 7:50 ໂມງ ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດຫ້ວຍງູນ້ອຍ ຫາ ຫ້ວຍງູໃຫຍ່ ເກີດອຸບັດຕິເຫດລົດບັນທຸກຫົວລາກຂັບຂີ່ໂດຍຄົນສັນຊາດຫວຽດນາມ ປີ້ນລົງຂ້າງທາງ; ໃນວັນດຽວກັນ ເວລາ 10:30 ໂມງ ຢູ່ເສັ້ນທາງເຂດດັ່ງກ່າວເກີດອຸບັດຕິເຫດລົດໂຕໂຍຕ້າແລນກຸຍເຊີ ຂັບຂີ່ມາດ້ວຍຄວາມໄວຊິງຂຶ້ນໜ້າບໍ່ວິດມີລົດສວນທາງມາເຮັດໃຫ້ລົດເສຍຫຼັກປີ້ນລົງຂ້າງທາງ ແລະ ໃນວັນດຽວກັນ ເວລາ 23:00 ໂມງຂອງວັນດຽວກັນ ເກີດອຸບັດຕິເຫດລົດບັນທຸກເບຍ ຊິງຂຶ້ນໜ້າເຮັດໃຫ້ເກີດອຸບັດຕິເຫດພວງສະບັດປີ້ນລົງຂ່າງທາງ ໂຊກດີທີ່ຜູ້ຂັບ ແລະ ຜູ້ໂດຍສານບໍ່ເສຍຊີວິດ ຕໍ່ກັບອຸບັດຕິເຫດດັ່ງກ່າວເຮັດໃຫ້ເສັ້ນທາງເປັນອໍາມະພາດລົດຕິດຫຼາຍຊົ່ວໂມງ.

ສະນັ້ນ, ຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທີ່ຈະນໍາໃຊ້ເສັ້ນທາງດັ່ງກ່າວນີ້ ຄວນປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເມື່ອຂັບຂີ່ມາຮອດຈຸດດັ່ງກ່າວນີ້ ຄວນຜ່ອນຄວາມໄວລົງ, ການຊິງຂຶ້ນໜ້າຕ້ອງມີຄວາມຮັບປະກັນ ຖ້າທາງບໍ່ຍາກໃຫ້ຕົວທ່ານເອງເກີດອຸບັດຕິເຫດຄືດັ່ງທີ່ກ່າວມາຄວນຄໍານິງ ແລະ ໃສ່ໃຈໃນການປະຕິບັດກົດລະບຽບຈະລາຈອນ ເພາະອຸບັດຕິເຫດຈະເກີດ ຫຼື ບໍ່ເກີດ ກໍຂຶ້ນກັບຕົວທ່ານເອງ, ໂດຍສະເພາະໄລຍະຫຼອງປີໃໝ່ລາວ ຜູ້ຂັບຂີ່ທີ່ເດີນທາງຜ່ານເສັ້ນທາງນີ້ຄວນລະມັດລະວັງເປັນພິເສດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...