spot_img
Homeຂ່າວພາຍ​ໃນກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ

Published on

ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານຮອງທູດ ແຊ່ເນິນ ແຟໂຣ ຈາກສະຖານທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າກົມຕໍາຫຼວດສະກັ້ດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປັນປະທານຮ່ວມ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນວັນທີ 17, ມີນາ. ງານດັ່ງກ່າວ ປະກອບດ້ວຍ ການນໍາສະເໜີກ່ຽວກັບບົດລາຍງານການຄ້າມະນຸດ ຈາກ ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ຂອງ ສະຫະລັດ ອາເມລິກາ ຢູ່ເມືອງ ວໍຊິງຕັນ ດີຊີ ແລະ ພາບລວມການຄ້າມະນຸດ ແລະ ຄວາມຄືບໜ້າວຽກງານການຕ້ານການຄ້າມະນຸດ ຢູ່ ສປປ ລາວ ນໍາສະເໜີໂດຍກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ແມ່ນກິດຈະກໍາທໍາອິດ ທີ່ສະຖານທູດ ແລະ ກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຮ່ວມກັນ ແລະ ເພື່ອຕອບຂໍ້ສະເໜີ ທີ່ຕ້ອງການໃຫ້ສະຖານທູດ ສະໜອງຂໍ້ມູນກ່ຽວກັບການລວບລວມຂໍ້ມູນເພື່ອເຮັດບົດລາຍງານການຄ້າມະນຸດ ແລະ ການສ້າງຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ.

ທ່ານຮອງທູດ ແຊ່ເນິນ ແຟໂຣ ກ່າວວ່າ: ການຢຸດຕິການຄ້າມະນຸດ ຍັງແມ່ນບູລິມະສິດ ສໍາລັບສະຫະລັດ ອາເມລິກາ. ສືບຕໍ່ເນື່ອງຈາກການຕອບໂຕ້ ແລະ ຄວາມພະຍາຍາມ ທີ່ສະແດງໃຫ້ເຫັນໃນປີທີ່ຜ່ານມາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະບານ ສປປ ລາວ ພ້ອມດ້ວຍ ບັນດາຄູ່ຮ່ວມພັດທະນາ ສາມາດສືບຕໍ່ເຮັດວຽກຫຼາຍຂຶ້ນ ໃນປີ 2023 ແລະ ປີຕໍ່ໆໄປ. ສະຫະລັດ ອາເມລິກາ ມີຄວາມມຸ້ງໝັ້ນສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມນີ້.

ໃນປີ 2022, ຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ ປະກອບດ້ວຍ ການສືບຕໍ່ຄວາມພະຍາຍາມໃນການເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ແລະ ຝຶກອົບຮົມບັນດາຕໍາຫຼວດ ແລະ ເຈົ້າ ໜ້າທີ່ຊາຍແດນ ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ເພີ່ມທະວີຄວາມພະຍາຍາມໃນການກຳນົດຕົວຢ່າງຕັ້ງໜ້າ ແລະ ການໃຫ້ບໍລິການປົກປ້ອງຜູ້ຊາຍ ແລະ ເດັກນ້ອຍຊາຍ ແລະ ຜູ້ຖືກເຄາະຮ້າຍ LGBTQI+ ທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການບັງຄັບໃຊ້ແຮງງານ ແລະ ການຄ້າປະເວນີ ແລະ ເພີ່ມການສອບສ່ວນ-ສືບສວນ, ການດໍາເນີນຄະດີ ແລະ ຕັດສິນໂທດຄະດີ. ນີ້ແມ່ນບາງຈໍານວນຂອງຄໍາແນະນໍາ.

ສະຫະລັດ ອາເມລິກາ ໄດ້ປະກອບສ່ວນຫຼາຍກວ່າ 10 ລ້ານໂດລາ ເຂົ້າໃນວຽກງານສະກັດກັ້ນການຄ້າມະນຸດ ໃນ ສປປ ລາວ. ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອມາພົບປະກັບກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ລົງຢ້ຽມຢາມພາກສະໜາມ ກັບບັນດາອົງການຈັດຕັ້ງທີ່ໄດ້ຮັບທຶນ ທີ່ເຮັດວຽກກ່ຽວກັບວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...