spot_img
Homeຂ່າວພາຍ​ໃນໂປແລນ ປະເທດທຳອິດຂອງນາໂຕ້ທີ່ສົ່ງເຮືອບິນຂັບໄລ່ຊ່ວຍຢູເຄຣນ

ໂປແລນ ປະເທດທຳອິດຂອງນາໂຕ້ທີ່ສົ່ງເຮືອບິນຂັບໄລ່ຊ່ວຍຢູເຄຣນ

Published on

ໂປແລນປະກາດສົ່ງເຮືອບິນຂັບໄລ່ Mig-29 ປະມານ 12 ລຳ ໄປຊ່ວຍຢູເຄຣນ ນີ້ແມ່ນປະເທດທຳອິດຂອງນາໂຕ້ທີ່ສົ່ງເຮືອບິນຮົບໄປຊ່ວຍຢູເຄຣນ.

ອ້າງອີງຕາມສຳນັກຂ່າວ ABC Australia News ໄດ້ລາຍງານວ່າ: ວັນທີ 16 ມີນາ 2023 ທ່ານ ອັນແຊ ດູລາ (Andrzej Duda) ປະທານາທິບໍດີໂປແລນ ກ່າວວ່າ ຈະສົ່ງມອບ ເຮືອບິນຂັບໄລ່ Mig-29 ທີ່ຜະລິດໂດຍໂຊວຽດ ຈຳນວນ 4 ລຳ ແລະ ສ່ວນທີ່ເຫຼືອຈະໄດ້ຈັດສົ່ງໃນພາຍຫຼັງ.

ນອກຈາກໂປແລນຈະເປັນປະເທດທຳອິດຂອງນາໂຕທີ່ສົ່ງເຮືອບິນຮົບໃຫ້ກັບຢູເຄຣນ ແລະ ຍັງເປັນປະເທດທຳອິດຂອງນາໂຕ້ທີ່ຈັດຫາລົດຖັງ Leopard 2 ທີ່ຜະລິດໃນເຢຍລະມັນໃຫ້ກັບຢູເຄຣນອີກດ້ວຍ ໂດຍປະທານາທິບໍດີໂປແລນບໍ່ໄດ້ບອກວ່າປະເທດອື່ນໆຈະເຮັດຕາມ ແຕ່ວ່າກໍມີປະເທດສະໂລມາເກຍວ່າຈະສົ່ງເຮືອບິນ MiGs ໃຫ້ກັບຢູເຄຣນ.

ທັງໂປແລນ ແລະ ສະໂລວາເກຍ ລະບຸວ່າ ພວກເຂົາພ້ອມທີ່ຈະສົ່ງມອບເຮືອບິນຂອງຕົນ ນີ້ແມ່ນພຽງສ່ວນໜຶ່ງຂອງກຸ່ມພັນທະມິດລະຫວ່າງປະເທດ.

ກ່ອນການຮຸກຮານຂອງຣັດເຊຍ ຢູເຄຣນໄດ້ມີເຮືອບິນ Mig-29 ຈຳນວນຫຼາຍລຳທີ່ຍັງສືບທອດຕໍ່ກັນມາໃນຊ່ວງການລົ່ມສະຫຼາຍຂອງໂຊວຽດ ແຕ່ຍັງບໍ່ມີການລາຍງານຢ່າງຊັດເຈນວ່າ ມີຈັກລຳທີ່ປະຈຳການຢູ່ຫຼັງຈາກມີສົງຄາມມາ 1 ປີແລ້ວ.

ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ໃຫ້ຮ້ອງຂໍໃຫ້ຜູ້ສະໜັບສະໜູນ ກໍຄືບັນດາປະເທດຕາເວັນຕົກ ແບ່ງປັນເຮືອບິນຮົບໃຫ້ແກ່ຢູເຄຣນຫຼາຍຂຶ້ນເລື່ອຍໆ.

ໂປແລນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທີ່ສຳຄັນຂອງຢູເຄຣນໃນຊ່ວງສົງຄາມ ເປັນບ່ອນພັກຂອງທະຫານອາເມຣິກາຫຼາຍພັນຄົນ ແລະ ໃນຊ່ວງການອົບພະຍົບຂອງຜູ້ລີ້ໄພ ໂປແລນກໍຮັບປະຊາຊົນຢູເຄຣນມາຫຼາຍກວ່າປະເທດອື່ນໆ.

ບາງປະເທດໃນເອີຣົບກາງ ທີ່ເຄີຍໄປຮຸກຮານ ແລະ ຍຶດຄອງຣັດເຊຍມາຫຼາຍສັດຕະວັດແລ້ວ ກໍຍັງຢ້ານຣັດເຊຍ ເຖິງວ່າຈະເປັນສະມາຊິດຂອງນາໂຕ້ກໍຕາມ.

ບົດຄວາມຫຼ້າສຸດ

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...