spot_img
Homeຂ່າວຕ່າງປະເທດລຸງຊາວອາເມຣິກາປຸ້ນເງິນ 1 ໂດຣາ ເພື່ອຫວັງຢາກເຂົ້າຄຸກ

ລຸງຊາວອາເມຣິກາປຸ້ນເງິນ 1 ໂດຣາ ເພື່ອຫວັງຢາກເຂົ້າຄຸກ

Published on

ຕຳຫຼວດລັດຢູທາ ຂອງອາເມຣິກາ ຈັບກຸມຊາຍ ອາຍຸ 65 ປີ ພາຍຫຼັງທີ່ກໍ່ເຫດປຸ້ນທະນາຄານພຽງແຕ່ 1 ໂດຣາ ເພື່ອຫວັງຈະຖືກຈັບ.

ສຳນັກງານຕຳຫຼວດເມືອງຊັອດເລັກ ຊິຕີ້ ໃນລັດຢູທາ ຂອງສະຫະລັດອາເມຣິກາ ລະບຸວ່າ: ໃນວັນທີ 6 ມີນາ 2023 ຜູ້ກໍ່ເຫດຊື່ ທ້າວ ໂດນັນ ຊານຕາໂຄຣເຊ ໄດ້ເຂົ້າໄປທະນາຄານແຫ່ງໜຶ່ງ ກ່ອນທີ່ຈະສົ່ງເຈ້ຍໃຫ້ພະນັກງານໃນທະນາຄານວ່າ “ຂ້ອຍຂໍໂທດ ທີ່ຕ້ອງເຮັດແບບນີ້ ແຕ່ນີ້ແມ່ນການປຸ້ນ ຊ່ວຍສົ່ງເງິນໃຫ້ຂ້ອນແນ່ 1 ໂດຣາ ຂໍຂອບໃຈ”.

ໂດຍທາງພະນັກງານໄດ້ໃຫ້ເງິນຈຳນວນດັ່ງກ່າວ ແລະ ຂໍໃຫ້ຜູ້ກໍ່ເຫດອອກໄປ, ແຕ່ລາວກໍປະຕິເສດທີ່ຈະອອກຈາກທະນາຄານ ແລະ ຂໍໃຫ້ພະນັກງານແຈ້ງຕຳຫຼວດມາຈັບລາວແທນ.

ຫຼັງຈາກນັ້ນຜູ້ກໍ່ເຫດກໍນັ່ງຖ້າຕຳຫຼວດ ພ້ອມຍື່ນ 1 ໂດຣາໃຫ້ຕຳຫຼວດ ໂດຍລະບຸວ່າຕົນໄດ້ຕັ້ງໃຈມາປຸ້ນທະນາຄານແຫ່ງນີ້ ພ້ອມກັບຍອມຮັບວ່າຕົນເປັນຄົນກໍ່ເຫດເພາະຢາກຖືກຈັບເຂົ້າຄຸກ ແລະ ຖ້າຕຳຫຼວດບໍ່ຍອມຈັບ ຕົນກໍຈະກໍ່ເຫດປຸ້ນທະນາຄານອື່ນໆດ້ວຍຈຳນວນເງິນຫຼາຍຂຶ້ນ ເພື່ອໃຫ້ຕຳຫຼວດຈັບໃນທີ່ສຸດ.

ທັ້ງນີ້ ຍັງບໍ່ຮູ້ສາເຫດວ່າເປັນຫຍັງລາວຈຶ່ງຢາກຖືກຈັບເຂົ້າຄຸກ, ໂດຍລາວກໍຖືກຈັບສົ່ງເຂົ້າຄຸກ ແຕ່ກໍຖືກປ່ອຍໂຕອອກມາໃນເວລາພຽງບໍ່ເທົ່າໃດມື້.

ແຫຼ່ງຂ່າວ sacbee

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...