Homeຂ່າວພາຍ​ໃນປກສ ແຂວງໄຊສົມບູນ ດຳເນີນຄະດີຕໍ່ເຈົ້າຂອງຮ້ານທີ່ມັດເດັກຕິດກັບລົດຈັກ

ປກສ ແຂວງໄຊສົມບູນ ດຳເນີນຄະດີຕໍ່ເຈົ້າຂອງຮ້ານທີ່ມັດເດັກຕິດກັບລົດຈັກ

Published on

ຈາກເຫດການທີ່ບ້ານ​ພູ​ຫົວ​ຊ້າງ​ ເມືອງ​ອານຸ​ວົງ​ ແຂວງໄຊສົມບູນ ເດັກນ້ອຍຖືກມັດຕິດກັບລົດຈັກຍ້ອນລັກເຂົ້າໜົມ ໃນວັນທີ 6 ມີນາ 2023 ຈົນເຮັດໃຫ້ສື່ສັງຄົມອອນລາຍ ພ້ອມກັບປະຊາຊົນໃກ້ຄຽງ ມີສຽງວິພາກວິຈານຕໍ່ຜູ້ທີ່ກະທຳວ່າມັນບໍ່ເໝາະສົມ ແລະ ເປັນການກະທຳທີ່ຮຸນແຮງຕໍ່ເດັກນ້ອຍເກີນໄປ ທັງເປັນການກະທຳຜິດຕໍ່ສິດທິເດັກ ແລະ ຂັດຕໍ່ລະບຽບກົດໝາຍ.

ໃນວັນທີ 8 ມີນາ 2023 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຍາດຜູ້ປົກຄອງໃນຄັ້ງວັນທີ 6 ເດືອນມີນາ 2023 ເວລາປະມານ 15:30 ໂມງ ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງໜ້າໜ່ວຍງານວິຊາສະເພາະກວດກາຕົວຈິງ ຈຶ່ງຮູ້ວ່າມີມູນຄວາມຈິງແທ້ ສະນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວຜູ້ກໍ່ເຫດກໍຄື ເຈົ້າຂອງຮ້ານມາທຳການສືບສວນສອບສວນ ຫາສາເຫດຂອງການກະທຳຜິດໃນຄັ້ງນີ້.

ສາເຫດນັ້ນກໍຄື ຍ້ອນເດັກຄົນດັ່ງກ່າວໄດ້ເຂົ້າມາເອົາເຂົ້າໜົມເຄື່ອງດື່ມຈຳນວນໜຶ່ງຂອງທາງຮ້ານ ເຈົ້າຂອງຮ້ານໄດ້ພົບເຫັນ ພ້ອມຈັບຕົວເດັກມັດຕິດກັບລົດຈັກ ເຊິ່ງມັນເປັນການກະທຳຜິດເກີນຂອບເຂດ ເພື່ອປົກປ້ອງເດັກທີ່ຖືກໃຊ້ຄວາມຮຸນແຮງໃນສັງຄົມໃຫ້ໜ້ອຍລົງ ເຈົ້າໜ້າທີ່ຈຶ່ງໄດ້ທຳການສືບສວນສອບສວນ ຈັດຕັ້ງປະຕິບັດໃຫ້ຄວາມຍຸດຕິທຳຕໍ່ເດັກ ແລະ ດຳເນີນຄະດີຕໍ່ເຈົ້າຂອງຮ້ານ ຕາມຂະບວນຍຸດຕິທຳຂອງກົດໝາຍ.

ເຈົ້າໜ້າທີ່ໄດ້ກ່າວຕື່ມອີກວ່າ: ຂໍໃຫ້ສັງຄົມມີຄວາມເຂົ້າໃຈຕໍ່ກັບການປະຕິບັດໜ້າທີ່ ຂັ້ນຕອນການດຳເນີນການສັ່ງຊາຂໍ້ມູນຫຼັກຖານ ໃຫ້ຮອບດ້ານຖືກຕ້ອງຕໍ່ໍ່ຫຼັກການວິຊາສະເພາະ ແລະ ໃຫ້ຄວາມຍຸດຕິທຳທັງ 2 ຝ່າຍ.

ທາງດ້ານເຈົ້າຂອງຮ້ານກໍໄດ້ອອກມາຂໍໂທດຕໍ່ກັບເດັກ ແລະ ສັງຄົມວ່າ: ກ່ອນໜ້ານີ້ມີເດັກນ້ອຍມາລັກເຄື່ອງຫຼາຍຄັ້ງ ແຕ່ຈັບໄວ້ບໍ່ທັນ ພໍມາຮອດວັນທີ 6 ມີນາ ຈຶ່ງໄດ້ຕິດຕາມ ໄດ້ເຫັນເດັກນ້ອຍເຂົ້າມາລັກເຄື່ອງ 3 ຄັ້ງ ແລະ ຈັບເດັກນ້ອຍ ພ້ອມກັບຖາມເຖິງຊື່ພໍ່ແມ່ ເຮືອນຢູ່ໃສ ແຕ່ເດັກນ້ອຍຄົນດັ່ງກ່າວກໍບໍ່ຕອບ ຍ້ອນຄວາມໃຈຮ້ອນຂາດສະຕິຈຶ່ງໄດ້ຈັບເດັກມາຕິດກັບລົດຈັກ.

ທ້າຍນີ້ເຈົ້າຂອງຮ້ານໄດ້ກ່າວອີກວ່າ: ຮູ້ສຶກຜິດ ເສຍໃຈກັບການກະທຳທີ່ໄດ້ກະທຳຕໍ່ເດັກນ້ອຍຄົນດັ່ງກ່າວ ພ້ອມຈະຮັບຜິດຊອບຕໍ່ເດັກນ້ອຍໃຫ້ເພິງພໍໃຈກັນທັງສອງຝ່າຍ ແລະ ຂໍໃຫ້ສັງຄົມຢຸດໂຈມຕີຄອບຄົວຂອງຕົນ ເພາະຄອບຄົວບໍ່ໄດ້ມີຄວາມຜິດນຳ ແລະ ຂໍໃຫ້ສັງຄົມໃຫ້ອາໄພ ໃຫ້ໂອກາດແກ່ຕົນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...