spot_img
Homeຂ່າວພາຍ​ໃນຜ່າຕັດປິ່ນປົວ ສົບແຫວ່ງ-ເພດານໂຫວ່ ໂດຍບໍ່ເສຍຄ່າໃຊ້ຈ່າຍ

ຜ່າຕັດປິ່ນປົວ ສົບແຫວ່ງ-ເພດານໂຫວ່ ໂດຍບໍ່ເສຍຄ່າໃຊ້ຈ່າຍ

Published on

ກະຊວງສາທາລະນະສຸກ ໂຮງຫມໍມິດຕະພາບ ອອກແຈ້ງການກ່ຽວກັບຜ່າຕັດປິ່ນປົວ ສົບແຫວ່ງ-ເພດານໂຫວ່ ແລະ ການຜ່າຕັດປົວແປງບາດແຜອື່ນໆ ໂດຍບໍ່ເສຍຄ່າໃຊ້ຈ່າຍໃນການປິ່ວປົວ.

ຄະນະອໍານວຍການໂຮງຫມໍມິດຕະພາບຂໍແຈ້ງມາຍັງທຸກທ່ານໃຫ້ຊາບວ່າ ທີມແພດໂຮງຫມໍມິດຕະພາບ ແລະ ທີມ ແພດຈາກອົງການ Les Enfants du Noma, ປະເທດຝຣັ່ງ ຈະໄດ້ເຄື່ອນໄຫວເຮັດກິດຈະກໍາການຜ່າຕັດ-ປິ່ນປົວ ສົບ ແຫວ່ງ-ເພດານໂຫວ, ປົວແປງບາດແຜໄຟໃຫມ້-ນ້ໍາຮ້ອນລວກ, ກ້ອນເບົ້າຜິດປົກກະຕິ ແລະ ບາດແຜອື່ນໆຢູ່ໃບຫນ້າ ໂດຍບໍ່ເສຍຄ່າໃຊ້ຈ່າຍໃນການປິ່ວປົວ, ລະຫວ່າງວັນທີ 13 ຫາ 24 ມີນາ 2023 ຢູ່ທີ່ໂຮງຫມໍມິດຕະພາບ.

ເງື່ອນໄຂຂອງຄົນເຈັບ ທີ່ສາມາດເຂົ້າຮັບການຜ່າຕັດປິ່ນປົວ ແມ່ນຕ້ອງມີອາຍຸລະຫວ່າງ 05-30 ປີ ການລົງທະບຽນ, ກວດກາຄົນເຈັບ ແລະ ຂື້ນແຜນຜ່າຕັດ ແມ່ນວັນທີ 13 ຫາ 20 ມີນາ 2023, ສະຖານທີ່ ແມ່ນຢູ່ພະແນກ ຫູ, ດັງ, ຄໍ ແລະ ຕາ, ໂຮງຫມໍມິດຕະພາບ ສໍາລັບມື້ເຮັດການຜ່າຕັດແມ່ນ ວັນທີ 13 ຫາ 24 ມີນາ 2023 ໂຄງການຈະຮັບຜິດຊອບຄ່າຜ່າຕັດ-ປິ່ນປົວຄົນເຈັບໃນຊ່ວງທີ່ນອນປິ່ນປົວຢູ່ໂຮງຫມໍມິດຕະພາບເທົ່ານັ້ນ, ສ່ວນຄ່າໃຊ້ຈ່າຍອື່ນໆຜູ້ກ່ຽວຕ້ອງໄດ້ຮັບຜິດຊອບເອງ ເບີໂທຕິດຕໍ່-ພົວພັນ ສໍາລັບການສອບຖາມ ແລະ ລົງທະບຽນ: ດຣ ຈວງ ອິນທະຫວາ 020 95 767 201, ດຣ ຄໍາມູນ ສັກປະສິດ 020 55 619 839, ດຣ ອຸດຕະມະ ອຸດົມ 020 55 647 024, ດຣ ວິໄລສັກ ໄຊຍະເສນ 020 54 545 477.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...