spot_img
Homeຂ່າວຕ່າງປະເທດກຳປູເຈຍ-ລາວ ດຳເນີນການສົ່ງຜູ້ຖືກຫາກັບປະເທດຕົນ

ກຳປູເຈຍ-ລາວ ດຳເນີນການສົ່ງຜູ້ຖືກຫາກັບປະເທດຕົນ

Published on

ກຳປູເຈຍ ລາວ ແລະ ໄທ ກຳລັງເລັ່ງດຳເນີນການເພື່ອສົ່ງໂຕຜູ້ຖືກຫາທີ່ຖືັກຕັດສິນຄວາມຜິດໃນກຳປູເຈຍ ໄປຮັບໂທດຢູ່ປະເທດຂອງຕົນ.

ໃນວັນທີ 13 ກຸມພາ ລະຫວ່າງການເດີນທາງຂອງທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍກ່າາວ່າ ກຳປູເຈຍມີແຜນຈະສົ່ງຜູ້ຖືກຫາລາວ ແລະ ໄທ ໄປຮັບໂທດໃນປະເທດຂອງຕົນ ໂດຍການສົ່ງມອບນີ້ຈະເກີດຂຶ້ນກ່ອນປີໃໝ່ກຳປູເຈຍໃນກາງເດືອນເມສາ.

ໃນວັນທີ 22 ກຸມພາ ມີການປະຊຸມລະຫວ່າງ ລັດຖະມົນກະຊວງຍຸດຕິທຳກຳປູເຈຍ ແລະ ເອກອັກຄະລັດຖະທູດໄທ ປະຈຳກຳປູເຈຍ ທັງ 2 ຝ່າຍໄດ້ກ່າວເຖິງການເສີມສ້າງຄວາມຮ່ວມມືໃນພາກບັງຄັບໃຊ້ກົດໝາຍ ແລະ ສານລະຫວ່າງປະເທດ.

ທາງກຳປູເຈຍກຳລັງກຽມເອກະສານຕາມຂັ້ນຕອນການສົ່ງຜູ້ຖືກຫາຂ້າມແດນ ໂດຍກ່າວວ່າການສົ່ງຜູ້ຖືກຫາມີຄວາມສຳຄັນ ເນື່ອງຈາກເປັນການກະທຳທາງມະນຸດສະທຳ ແລະ ເປັນການຮ່ວມມືທີ່ດີລະຫວ່າງປະເທດ.

ພ້ອມຍັງກ່າວຕື່ມອີກວ່າ ບໍ່ມີໃຜຢາກຕິດຄຸກຢູ່ຕ່າງແດນ ພວກເຂົາຢາກຖືກສົ່ງກັບບ້ານເພື່ອໃຫ້ຄອບຄົວ ພີ່ນ້ອງ ສາມາດມາຢ້ຽມໄດ້ ແລະ ນອກຈາກນີ້ກໍເພື່ອເຮັດໃຫ້ເຮືອນຈຳໃນກຳປູເຈຍບໍ່ແອອັດ.

ການສົ່ງຜູ້ຖືກຫາຂ້າມແດນ ເປັນໄປຕາມຄວາມສະມັກໃຈຂອງຜູ້ຖືກຫາ.

ແຫຼ່ງຂ່າວ phnompenhpost

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...