spot_img
Homeຂ່າວຕ່າງປະເທດເດັກນ້ອຍອາຍຸ 4 ປີ ເສຍຊີວິດຈາກການຖືກໝາລຸມກັດ (ມີຄລິບ)

ເດັກນ້ອຍອາຍຸ 4 ປີ ເສຍຊີວິດຈາກການຖືກໝາລຸມກັດ (ມີຄລິບ)

Published on

ເກີດເຫດສະຫຼົດໃຈ ເດັກນ້ອຍອາຍຸ 4 ປີເສຍຊີວິດ ຈາກການຖືກໝາລຸມກັດຢູ່ຫົນທາງໃນວັນອາທິດຜ່ານມາ.

ໃນວັນທີ 19 ກຸມພາ 2023 ທີ່ອິນເດຍມີການເຜີຍແຜ່ວິດີໂອຈາກກ້ອງວົງຈອນ ທີ່ເດັກນ້ອຍຍ່າງຢູ່ຫົນທາງ ແລ້ວໝາຈຳນວນຫຼາຍກໍແລ່ນເຂົ້າມາກັດ ແລະ ລາກໄປມາ ເຮັດໃຫ້ເດັກນ້ອຍໄດ້ຮັບບາດເຈັບທີ່ທ້ອງ ແລະ ເສຍຊີວິດກ່ອນທີ່ຈະຖືກນຳສົ່ງໂຮງໝໍ.

ພາຍຫຼັງທີ່ເຈົ້າໜ້າທີ່ເຂົ້າໄປກວດສອບ ພົບວ່າ ເດັກນ້ອຍຊື່ ພຣາດີບ (Pradeep) ອາຍຸ 4 ປີ ອາໄສຢູ່ໃນ Erukula Basti ຂອງປະເທດອິນເດຍ ເຊິ່ງພໍ່ເປັນຜູ້ໄດ້ຮັບໜ້າທີ່ເຝົ້າເບິ່ງລູກ ແຕ່ຂະນະທີ່ເກີດເຫດ ພໍ່ໄດ້ເຮັດວຽກຢູ່ ແລະ ບໍ່ໄດ້ສັງເກດເບິ່ງລູກ ຕໍ່ມາຈຶ່ງເກີດເຫດການດັ່ງກ່າວຂຶ້ນ.

ແຫຼ່ງຂ່າວ economic times

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...