ຢ່າງທີ່ຮູ້ກັນດີວ່າ: pm2.5 ຄືຝຸ່ນທີ່ມີຂະນາດນ້ອຍກວ່າ 2.5 ໄມຄລອນທີ່ບໍ່ສາມາດເບິ່ງເຫັນໄດ້ໂດຍຕາເປົ່າ ເຊິ່ງມີຫຼາຍສາເຫດໄດ້ແກ່: ຄວັນພິດຈາກທໍ່ລົດ ເຊິ່ງຖືວ່າເປັນສາເຫດຫຼັກ, ຄວັນໄຟ ແລະ ຂີ້ຝຸ່ນທີ່ເກີດຈາກການຈູດເຊັ່ນ: ການເຜົາປ່າ, ການເຜົາຫຍ້າ, ຂີ້ຝຸ່ນຈາກອຸດສາຫະກໍາແລະການກໍ່ສ້າງ, ດັ່ງນັ້ນເປັນຫຍັງປະລິມານຝຸ່ນ pm2.5 ມັກຈະເພີ່ມຂຶ້ນໃນຊ່ວງປາຍປີ ເນື່ອງຈາກສະພາບອາກາດທີ່ຄົງທີ່ ລົມບໍ່ໄດ້ພັດສະນັ້ນບໍ່ມີການໄຫຼວຽນຂອງອາກາດ, ເຮັດໃຫ້ປະລິມານຂອງ pm2.5 ທີ່ຖືກປ່ອຍອອກມາທຸກໆມື້ແລະ ສະສົມຫຼາຍຂຶ້ນ ຈົນຮອດລະດັບທີ່ເປັນພິດຕໍ່ຮ່າງກາຍ ດັ່ງນັ້ນພວກເຮົາຈະພົບບັນຫາ pm2.5 ໃນລະຫວ່າງເດືອນພະຈິກຫາເດືອນກຸມພາຂອງທຸກໆປີ.
ຜົນກະທົບຂອງ pm2.5 ຕໍ່ຮ່າງກາຍຂະໜາດຂອງ pm2.5 ແມ່ນມີຂະໜາດນ້ອຍຫຼາຍ, ເຮັດໃຫ້ມັນຜ່ານເຂົ້າສູ່ຮ່າງກາຍ ແລະ ກະແສເລືອດ ເຮັດໃຫ້ເກີດການອັກເສບຂອງອະໄວຍະວະພາຍໃນຕ່າງໆຂອງຮ່າງກາຍໂດຍກົງ ຈົນກ່ວາເຮັດໃຫ້ເກີດອາການຜິດປົກກະຕິໃນຫຼາຍລະບົບ, ຕັ້ງແຕ່:
ລະບົບຫາຍໃຈ: ແສບດັງ, ຄັນດັງ, ນ້ຳມູກໄຫຼ, ໄອ, ແໜ້ນຫນ້າເອິກ, ອາການແພ້.
ລະບົບຜິວຫນັງ: ຕຸ່ມຜື່ນ, ຜື່ນແດງ
ລະບົບຕາ ແສບຕາ, ເຄືອງຄາຍ, ຕາແດງ, ນ້ຳຕາໄຫຼ
ສ່ວນວີທີການປ້ອງກັນມີດັ່ງນີ້: 1 ຕິດຕາມຄຸນນະພາບອາກາດຝຸ່ນ PM 2.5 2 ໃສ່ຜ້າອັດປາກ-ດັງ 3 ປິດປ່ອງຢ້ຽມ 4 ສວມໃສ່ແວ່ນຕາກັນຝຸ່ນ 5 ຫຼຸດຜ່ອນການໃຊ້ລົດ ແລະ ປ່ຽນເປັນໃຊ້ຂົນສົ່ງສາທາລະນະ 6 ກວດເບິ່ງທໍ່ລະບາຍອາກາດຂອງລົດ ເພື່ອຫຼຸດຜ່ອນມົນລະພິດ 7 ຫຼຸດຜ່ອນການເຜົາ ຫຼື ຈູດ 8 ຫຼີກລ້ຽງການເດີນທາງໄປບ່ອນທີ່ມີຝຸ່ນຫຼາຍ 9 ໃຊ້ເຄື່ອງຟອກອາກາດເປັນໂຕຊ່ວຍ 10 ກວດຮ່າງກາຍສະໝ່ຳສະເໝີ
ອ້າງອີງ: ໂຮງໝໍກຸງເທບຄີສຕຽນ