spot_img
Homeຂ່າວພາຍ​ໃນກົມກົງສຸນອອກເລີ່ມທົດລອງນໍາໃຊ້ລະບົບຈອງມື້ນັດຍື່ນເອກະສານຄໍາຮ້ອງຂໍໜັງສືຜ່ານແດນແບບອອນລາຍ

ກົມກົງສຸນອອກເລີ່ມທົດລອງນໍາໃຊ້ລະບົບຈອງມື້ນັດຍື່ນເອກະສານຄໍາຮ້ອງຂໍໜັງສືຜ່ານແດນແບບອອນລາຍ

Published on

ພາຍຫຼັງທີ່ມີປາກົດການເລື່ອງມີນາຍໜ້າຮັບເຮັດໜັງສືຜ່ານແດນ ທີ່ຜ່ານມາ ທາງຫົວຫນ້າພະແນກກົມກົງສຸນ ກະຊວງການຕ່າງປະເທດ ຈຶ່ງອອກມາຊີ້ແຈງ ພ້ອມກັບແຈ້ງການເລື່ອງລະບົບຈອງມື້ນັດຍື່ນເອກະສານຄໍາຮ້ອງຂໍ ໜັງສືຜ່ານແດນແບບອອນລາຍ.

ອີງຕາມແຈ້ງການຂອງ ກົມກົງສຸນອອກ ໃນວັນທີ 15 ກຸມພາ 2022 ຈະເລີ່ມທົດລອງນໍາໃຊ້ລະບົບຈອງມື້ນັດຍື່ນເອກະສານຄໍາຮ້ອງຂໍ ໜັງສືຜ່ານແດນແບບອອນລາຍໃນວັນທີ 20 ກຸມພາ 2023 ນີ້, ໂດຍຈະເປີດໃຫ້ຈອງມື້ນັດ ນັບແຕ່ວັນທີ 6 ມີນາ 2023 ເປັນຕົ້ນໄປ ທີ່ ເວັບໄຊ www.consularlao.gov.la.

ພາຍຫຼັງສໍາເລັດການຈອງມື້ນັດແລ້ວ ຂໍໃຫ້ບັນດາທ່ານຖ່າຍຮູບ ຫຼື ພິມໃບນັດທີ່ມີ QR code ເພື່ອເອົາມາຍື່ນພ້ອມກັບເອກະສານທີ່ປະກອບຕາມເງື່ອນໄຂຂອງການຂໍເຮັດໜັງສືຜ່ານແດນຢ່າງຖືກຕ້ອງຄົບຖ້ວນ ຢູ່ກົມກົງສຸນ ໃນມື້ທີ່ໄດ້ຈອງໄວ້.

ກໍລະນີທີ່ບໍ່ສາມາດມາຍື່ນຕາມມື້ນັດໄດ້ ແມ່ນຖືວ່າສະຫຼະສິດ ແລະ ຕ້ອງເຂົ້າລະບົບຈອງຄິວໃໝ່ໃນຄັ້ງຕໍ່ໄປ.

ກະລຸນາອ່ານຂໍ້ແນະນໍາໃຫ້ ລະອຽດ ກ່ອນຈອງມື້ນັດທຸກຄັ້ງ ເພື່ອຮັບປະກັນການປະກອບເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນເວລາມາຍື່ນເອກະສານ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...