Homeຂ່າວຕ່າງປະເທດກະທິງແລ່ນຕຳປະຊາຊົນເຈັບສາຫັດໃນຂະນະທີ່ເກັບໄຂ່ມົດແດງ

ກະທິງແລ່ນຕຳປະຊາຊົນເຈັບສາຫັດໃນຂະນະທີ່ເກັບໄຂ່ມົດແດງ

Published on

ໃນວັນທີ 13 ກຸມພາ 2023 ທີ່ປະເທດ ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີກະທິງປ່າ ຫຼື ບ້ານເຮົາເອີ້ນວ່າ ເມີຍ ເຊິ່ງເປັນສັດປ່າສະຫງວນ ໄລ່ຕຳປະຊາຊົນ ໃນລະຫວ່າງທີ່ໄປຫາໄຂ່ມົດແດງ ໄດ້ຮັບບາດເຈັບສາຫັດ ຈຶ່ງນຳເອົາປະຊາຊົນບໍລິເວນນັ້ນ 10 ກວ່າຄົນ ໄປຊ່ວຍເຫຼືອອອກມາ.

ເມື່ອເຈົ້າໜ້າທີ່ໄປ ຈຶ່ງພົບວ່າ ນາງ ແມ່ມ ອາຍຸ 45 ປີ  ນອນຈົມກອງເລືອດຢູ່ທີ່ພື້ນ ມີບາດຈີກບໍລິເວນໜ້າເອິກ ທ້ອງ ແລະ ກ້ອງຕາ 2 ຂ້າງ ເຈົ້າໜ້າທີ່ໃຊ້ເວລາດົນພໍສົມຄວນຈຶ່ງຈະນຳເອົາຜູ້ບາດເຈັບອອກມາຈາກປ່າໄດ້ ແລະ ສົ່ງໂຮງໝໍ.

ໂດຍນາງ ແມ່ມ ໄປກັບໝູ່ອີກຄົນໜຶ່ງ ຂີ່ລົດຈັກເພື່ອໄປຫາໄຂ່ມົດແດງ ເນື່ອງຈາກຊ່ວງນີ້ໄຂ່ມົດແດງມີລາຄາສູງ ແຕ່ບໍ່ໄດ້ສອບຖາມປະຊາຊົນແຖວນັ້ນວ່າເປັນແຫຼ່ງຫາກິນຂອງກະທິງປ່າ ໃນຂະນະທີ່ນຳອຸປະກອນຍ່າງເຂົ້າໄປ ກໍຖືກກະທິງທີ່ນອນໃນປ່າຕົກໃຈ ແລ່ນເຂົ້າມາຕຳ ສ່ວນໝູ່ອີກຄົນໜຶ່ງທີ່ໄປນຳ ແລ່ນໜີຂຶ້ນຕົ້ນໄມ້.

ແຫຼ່ງຂ່າວ ที่นี่เขาใหญ่ 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...