spot_img
Homeຂ່າວຕ່າງປະເທດທາງການສະ​ຫະ​ລັດປະຕິເສດແລ້ວວ່າບໍ່ແມ່ນມະນຸດຕ່າງດາວ

ທາງການສະ​ຫະ​ລັດປະຕິເສດແລ້ວວ່າບໍ່ແມ່ນມະນຸດຕ່າງດາວ

Published on

ທຳນຽບຂາວໃຫ້ການປະຕິເສດວ່າ ບໍ່ມີເຮືອບິນຊອດແນມຂອງສະຫະລັດໃນນ່ານຟ້າປະເທດຈີນ ພາຍຫຼັງທີ່ຈີນກ່າວວ່າ ມີປຸມເປົ້າຂອງສະຫະລັດອາເມຣິກາ ບິນເທິງນ່ານຟ້າຂອງຕົນມາຫຼາຍກວ່າ 10 ເທື່ອ ໂດຍບໍ່ໄດ້ຮັບອະນຸຍາດນັບຕັ້ງແຕ່ປີ 2022.

No U.S. surveillance craft in China's airspace, White House says | Reuters

ອີງຕາມສຳນັກຂ່າວ ABC Australia News ໄດ້ລາຍງານວ່າ: ຈອນ ເຄີບີ ໂຄສົກຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ແຫ່ງສະຫະລັດອາເມຣິກາ ໄດ້ກ່າວວ່າ “ບໍ່ມີເຮືອບິນຊອດແນມ ແລະ ບໍ່ມີປຸມເປົ້າຂອງສະຫະລັດອາເມຣິກາ ທີ່ບິນເທິງປະເທດຈີນ”.

ທີ່ທຳນຽບຂາວໃນວັນຈັນໄດ້ມີການຍິງປຸມເປົ້າ 3 ລູກ ທີ່ບໍ່ສາມາດລະບຸຕົວຕົນໄດ້ ໃນໄລຍະຫຼາຍມື້ມານີ້ ແລະ ຍັງບໍ່ຮູ້ວ່າຈຸດປະສົງທີ່ແທ້ແລ້ວແມ່ນເພື່ອການເຝົ້າລະວັງ ໃນລັກສະນະດຽວກັນກັບປຸມເປົ້າຂອງຈີນທີ່ບິນຜ່ານອາເມຣິກາໃນເດືອນແລ້ວນີ້ບໍ.

ວັດຖຸ 3 ອັນ ລວມທັງອີກ ອັນ 1 ທີ່ຖືກຍິງຕົກໃນວັນອາທິດທີ່ຜ່ານມາ ເທິງທະເລສາບຮູລອນ (Huron) ມັນໄດ້ບິນຢູ່ໃນລະດັບຕ່ຳຈົນອາດຈະກໍ່ໃຫ້ເກີດຄວາມສ່ຽງຕໍ່ການຈາລະຈອນທາງອາກາດ.

ເຖິງວ່າ ທ່ານ ໄບເດນ ຍັງບໍ່ມີຫຼັກຖານວ່າພວກເຂົາຖືກຊອດແນມ ຫຼື ແມ້ແຕ່ຈີນກໍຍັງບໍ່ສາມາດປະຕິເສດມັນໄດ້.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...