spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດລົດບັນທຸກຕຳລົດໃຫຍ່ ທີ່ເມືອງລອງແຈ້ງ

ອຸບັດຕິເຫດລົດບັນທຸກຕຳລົດໃຫຍ່ ທີ່ເມືອງລອງແຈ້ງ

Published on

ວັນທີ 7 ກຸມພາ 2023 ເວລາປະມານ 10:30 ໂມງ ເກີດອຸບັດຕິເຫດ ລົດບັນທຸກ 10 ລໍ້ ສີຂາວ ໝາຍເລກທະບຽນ ບຄ 0494 ກຳແພງນະຄອນ ຕຳກັບ ລົດໂຄງປະກອບ (ລົດຊິງ) ຢູ່ເສັນທາງ 5 A ເຂດບ້ານ ນ້ຳຊານ ເມືອງ ລ້ອງແຈ້ງ ແຂວງໄຊສົມບູນ ອຸບັດຕິເຫດດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.

ພັຕ ອານົງ ນໍລະສິງ ຫົວໜ້າພະແນກຕໍາຫຼວດຈະລາຈອນ ແຂວງໄຊສົມບູນ ລາຍງານໃຫ້ຮູ້ວ່າ: ກ່ອນເກີດເຫດ ມີລົດບັນທຸກ 10 ລໍ້ ຂັບຂີ່ມຸ້ງໜ້າມາແຕ່ ເມືອງລ້ອງແຈ້ງ ຈຸດປະສົງຈະໄປທາງ ເມືອງອານຸວົງ, ພໍມາຮອດຈຸດເກີດເຫດເຂດບ້ານ ນໍ້າຊານ ທີ່ເປັນເສັ້ນທາງໂຄ້ງ ໄດ້ຕໍາເອົາລົດຊິງທີ່ຂັບຂີ່ສວນທາງມາຢ່າງແຮງເຮັດໃຫ້ມີພາຫະນະເປແພ ໃຊ້ການບໍໄດ້ 1 ຄັນ, ສົມຄວນ 1 ຄັນ, ຄົນໄດ້ຮັບບາດເຈັບເລັກນ້ອຍ 1 ຄົນ, ສາຫັດ 2 ຄົນ ຍິງ 1 ຄົນ ແລະ ເສຍຊີວິດ 2 ຄົນ; ເຊິ່ງຜູ້ເສຍຊີວິດຊື່ ນາງ ໄມ້ດົວຢ່າງ ອາຍຸ 38 ປີ ແລະ ນາງ ຊີໝີວ່າງ ອາຍຸ 1 ປີ ທັງສອງຄົນປະຊາຊົນຢູ່ບ້ານນໍ້າຍອນ ເມືອງອານຸວົງ ແຂວງ ໄຊສົມບູນ.

ພາຍຫຼັງເກີດອຸບັດຕິເຫດຜູ້ຂັບຂີຫລົດບັນທຸກ ແມ່ນໄດ້ລົບໜີ ອອກຈາກສະຖານທີເກີດເຫດ; ສ່ວນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວເກີນຂອບເຂດ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...