spot_img
Homeຂ່າວພາຍ​ໃນຮອງປະທານປະເທດ ຊຸກຍູ້ກຸ່ມຜະລິດພືດຜັກ ເມືອງປາກຊ່ອງ

ຮອງປະທານປະເທດ ຊຸກຍູ້ກຸ່ມຜະລິດພືດຜັກ ເມືອງປາກຊ່ອງ

Published on

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງຈໍາສັກ ວັນທີ 4 ກຸມພາ 2023 ຜ່ານມາ, ທ່ານ​ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ ກຸ່ມການປູກ, ການຜະລິດພືດຜັກ ເມືອງປາກຊ່ອງ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ພິມພອນ ພັນດານຸວົງ ເຈົ້າ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

อาจเป็นรูปภาพของ 5 คน, ผู้คนกำลังยืน, ดอกไม้ และ กลางแจ้ง

ໂອກາດນີ້, ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ສວນປູກດອກໄມ້ສົດ ຂອງ ບໍລິສັດ ດາສະດາ ຈຳປາສັກ ຈຳກັດ, ທີ່ຕັ້ງຢູ່ບ້ານຫລັກ 11 ເມືອງປາກຊ່ອງ ເປັນສວນປູກດອກໄມ້ໃນຮົ່ມ ແບບປະສົມປະສານ, ເຊິ່ງບໍລິສັດດາສະດາ ຈຳປາສັກ ຈຳກັດ ໄດ້ສ້າງຕັ້ງເມື່ອປີ 2017, ດ້ວຍທຶນທັງໝົດປະມານ 2,27 ຕື້ກວ່າກີບ ແລະ ເລີ່ມລົງມືປູກ ແຕ່ປີ 2018, ມີເນື້ອທີ່ສວນ 32 ເຮັກຕາ ແລະ ເປັນພື້ນທີ່ເຮັດເຮືອນຮົ່ມປູກ ດອກໄມ້ 1 ເຮັກຕາ, ມີດອກໄມ້ 2 ຊະນິດ ຄື: ດອກເບັນຈາມາດ (Chrysanthemum) ແລະ ດອກໄຮເດັນເຢຍ (Hydrangea) ໂດຍໄດ້ສົ່ງອອກໄປຕ່າງປະເທດ (ໄທ) ແລະ ບໍລິສັດ ຍັງມີແຜນທີ່ຈະເພີ່ມຜົນຜະລິດ ແລະ ຂະຫຍາຍຕະຫລາດໃນຕ່າງປະເທດ ໃຫ້ຫລາຍຂຶ້ນ. ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ຢ້ຽມຢາມເບິ່ງ ໂຮງງານປຸງແຕ່ງພືດຜັກ ຂອງບໍລິສັດ ເຟີດສຟູດ ທີ່ຕັ້ງຢູ່ ເມືອງປາກຊ່ອງ, ເປັນໂຮງງານ ທີ່ມີສາຍພານການຜະລິດ ແປຮູບ ແລະ ອົບແຫ້ງພືດຜັກ ຫລາຍຊະນິດ.

อาจเป็นรูปภาพของ 11 คน และ ผู้คนกำลังยืน

ໂອກາດດຽວກັນນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກ-ອົງການປົກຄອງທຸກຂັ້ນ ລວມທັງຜູ້ປະກອບການ ກຸ່ມການປູກ, ການຜະລິດພືດຜັກ ເມືອງປາກຊ່ອງ ທີ່ໄດ້ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍ ວາລະຂອງແຂວງ ເປັນໂຄງການລະອຽດ ກໍຄື ວາລະແຫ່ງຊາດຕາມແຜນວຽກຈຸດສຸມ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍໄດ້ສຸມໃສ່ສົ່ງເສີມການຜະລິດ ກະສິກໍາ, ອຸດສະຫາກໍາປຸງແຕ່ງ ເປັນສິນຄ້າສົ່ງອອກ, ສ້າງພື້ນຖານການຜະລິດ ທີ່ມີທ່າແຮງໃຫ້ກາຍເປັນຖານລາຍຮັບທີ່ໝັ້ນຄົງ. ພ້ອມນັ້ນ, ແຂວງຈຳປາສັກ ຕ້ອງສືບຕໍ່ສ້າງເສດຖະກິດໃຫ້ຂະ ຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ ເປັນສູນກາງທາງດ້ານເສດຖະກິດ-ສັງຄົມ ຖືເອົາເສດຖະກິດເປັນພື້ນຖານ ແລະ ສິ່ງແວດລ້ອມເປັນສິ່ງຢັ້ງຢືນເຖິງຄຸນນະພາບຂອງການພັດທະນາ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...