spot_img
Homeຂ່າວຕ່າງປະເທດປັບໄໝນາຍົກລັດຖະມົນຕີ ຍ້ອນບໍ່ໃສ່ສາຍຮັດນິລະໄພ

ປັບໄໝນາຍົກລັດຖະມົນຕີ ຍ້ອນບໍ່ໃສ່ສາຍຮັດນິລະໄພ

Published on

ທ່ານ ຣິຊີ ຊູນັກ Richie Sunak, ນາຍົກລັດຖະມົນຕີອັງກິດ ໄດ້ຖືກຕຳຫຼວດປັັບໄໝ ຫຼັງຈາກວດພົບວ່າຜິດລະບຽບຈະລາຈອນ ໂດຍບໍ່ໃສ່ສາຍຮັດນິລະໄພ ລະຫວ່າງນັ່ງຢູ່ເບາະຫຼັງຂອງລົດໂດຍບໍ່ສວມໃສ່ສາຍຮັດນິລະໄພ ຂະນະ​ທີ່​ກຳລັງ​ບັນທຶກ​ຄລິບ​ວີ​ດີ​ໂອ ​ແລະ​ລົງ​ໃນ​ສື່​ສັງຄົມ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ມັງກອນ 2023 ຜ່ານມາວ່າ: ຕຳຫຼວດເຂດ Lancashire ນະຄອນຫຼວງລອນດອນ ໄດ້ອອກໃບແຈ້ງຄ່າປັບໄໝຕໍ່ນາຍົກລັດຖະມົນຕີ ຣິຊ ຊຸນາກ ອາຍຸ 42 ປີ ຫຼັງ​ຈາກ​ຄລິບ​ວີ​ດີ​ໂອ​ທີ່​ສົ່ງ​ເສີມ​ນະ​ໂຍ​ບາຍ​ເພີ່ມ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ທີ່​ລາວ​ໄດ້​ລົງ​ໃນ Instagram ມັນສະແດງໃຫ້ເຫັນວ່າລາວນັ່ງຢູ່ໃນລົດໂດຍບໍ່ໄດ້ໃສ່ສາຍຣັດນິລະໄພ.

ທັງນີ້, ກົດໝາຍຈະລາຈອນຂອງປະເທດອັງກິດ ກຳນົດໃຫ້ລົງໂທດປັບໄໝຜູ້ໂດຍສານທີ່ບໍ່ໃສ່ສາຍຮັດນິລະໄພ ເມື່ອມີສາຍຮັດນິລະໄພ ແລະ ສາມາດໃຊ້ງານໄດ້ ໂດຍຕ້ອງປັບໄໝເປັນເງິນ 100 ປອນ ແລະ ສາມາດເພີ່ມຂຶ້ນເຖິງ 500 ປອນ ຖ້າວ່າຄະດີຍືດຍາວໄປຮອດຊັ້ນສານ.

ຢ່າງໃດກໍຕາມການປັບໄໝຄັ້ງນີ້ຖືເປັນຄັ້ງທີ 2 ທີ່ເກີດຂຶ້ນລະຫວ່າງທີ່ ຣິຊີ ຊູນັກ ເຮັດວຽກໃນລັດຖະບານ ເຊິ່ງກ່ອນໜ້ານີ້ເມື່ອເດືອນ ເມສາ ປີ 2022 ລາວຖືກປັບໃໝພ້ອມກັບ ບໍລິສ ຈອນສັນ ນາຍົກລັດຖະມົນຕີ ໃນຂະນະນັ້ນ ຈາກການລະເມີດກົດລະບຽບ ເລື່ອງມາດຕະການຄວບຄຸມ ພະຍາດ ໂຄວິດ-19.

ທີ່ມາ: BBC

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...