ປົກກະຕິແລ້ວ ຄົນເຮົາຍັງລຶ້ງວ່າ ຄົນທີ່ສ່ຽງຕໍ່ການເປັນເບົາຫວານ ແມ່ນຄົນທີ່ຕຸ້ຍ ມັກກິນຂອງຫວານຫຼາຍ ແຕ່ປັດຈຸບັນ ພົບຜູ້ປ່ວຍທີ່ເປັນເບົາຫວານທີ່ຈ່ອຍ ບາງຄົນເຖິງຂັ້ນຈ່ອຍຫຼາຍ ແຕ່ກໍເປັນເບົາຫວານໄດ້ ດ້ວຍປັດໄຈສ່ຽງຫຼາຍໆຢ່າງ ທັງພຶດຕິກຳການກິນຫວານ ກຳມະພັນ ແລະ ຄວາມຜິດປົກກະຕິຂອງຮ່າງກາຍ.
ດັ່ງນັ້ນຈຶ່ງມາບອກເຖິງຂໍ້ສັງເກດຂອງອາການເລີ່ມຕົ້ນຂອງຜູ້ທີ່ສ່ຽງເປັນເບົາຫວານ:
- ຍ່ຽວດຸກວ່າປົກກະຕິ ຫຼື ຮູ້ສຶກປວດຍ່ຽວໝົດມື້ ຖ້ານ້ຳຕານໃນເລືອດສູງ.
- ຫິວນ້ຳກວ່າປົກກະຕິ ຮູ້ສຶກວ່າດື່ມນ້ຳເທົ່າໃດກໍບໍ່ເຊົາຢາກນ້ຳ.
- ເບື່ອອາຫານ ນ້ຳໜັກຫຼຸດລົງແບບບໍ່ຮູ້ສາເຫດ.
- ອ່ອນເພຍ ເມື່ອຍງ່າຍ.
- ມີອາການຊາ ເປັນເໜັບ ຮູ້ສຶກຄືມີເຂັມແທງປາຍນິ້ວມື ນິ້ວຕີນ ເອີ້ນວ່າມີອາການ “ເສັ້ນປະສາດອັກເສບ” ແລະ ມີອາການນີ້ຫຼາຍຂຶ້ນເລື່ອຍໆ.
- ຕາມົວ ເລີ່ມເບິ່ງເຫັນບໍ່ແຈ້ງ.
- ຜິວໜັງແຫ້ງກວ່າປົກກະຕິ ເປັນບາດງ່າຍ ແລະ ບາດຕິດເຊື້ອໄດ້ງ່າຍ ບາດເຊົາຍາກ ຫຼື ນານເຊົາ.
ອາການທັງໝົດນີ້ ເປັນອາການທີ່ຮ່າງກາຍສະແດງອອກ ເມື່ອເຮົາມີລະດັບນ້ຳຕານທີ່ສູງຫຼາຍ.
ຄົນປົກກະຕິ ຄ່ານ້ຳຕານຈະຢູ່ປະມານ 100 ມິນລີກຣາມ/ເດຊີລິດ ຫຼັງກິນອາຫານຈະຕ່ຳກວ່າ 140 ມິນລີກຣາມ/ເດຊີລິດ.
ຄົນທີ່ມີຄວາມສ່ຽງເປັນໂຣກເບົາຫວານ ກ່ອນກິນອາຫານຄ່ານ້ຳຕານຈະຢູ່ປະມານ 100-125 ມິນລີກຣາມ/ເດຊີລິດ ຫຼັງກິນອາຫານ 140-199 ມິນລີກຣາມ/ເດຊີລິດ.
ຄົນທີ່ເປັນເບົາຫວານ ກ່ອນກິນອາຫານຄ່ານ້ຳຕານຈະຫຼາຍກວ່າ 126 ມິນລີກຣາມ/ເດຊີລິດ ຫຼັງກິນອາຫານຈະຫຼາຍກວ່າ 200 ມິນລີກຣາມ/ເດຊີລິດ.
ທັ້ງນີ້ ເພື່ອຄວາມໝັ້ນໃຈໃນຜົນກວດ ຄົນໄປພົບ ແລະ ປຶກສາແພດໝໍ ພ້ອມກັບອົດອາຫານກ່ອນກວດເລືອດ 6-8 ຊົ່ວໂມງ.
ຂໍ້ມູນຈາກ medicthai