spot_img
Homeຂ່າວການຊ່ວຍເຫຼືອອາເມຣິກາ ສະໜອງທຶນຊ່ວຍ ສປປ ລາວ

ອາເມຣິກາ ສະໜອງທຶນຊ່ວຍ ສປປ ລາວ

Published on

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຈັດຂຶ້ນໃນວັນທີ 11 ມັງກອນ ປີ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ລົງນາມໂດຍທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານນາງ ຊູກຽດ ປັນຍານຸວົງ ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ອົງການ WinRock International ມີທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງ ຮສສ ທ່ານນາງ ແຊເນີນ ແຟໂຣ ຮອງເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ມີຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ມີໄລຍະເວລາ 2 ປີ (2023-2024) ຈຸດ ປະສົງ ລວມຂອງໂຄງການ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໂດຍການສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງຂອງພາກລັດ ອົງການຈັດຕັ້ງທາງສັງຄົມໃນວຽກງານຕ້ານການຄ້າມະນຸດ ແລະ ສະໜັບສະໜູນຜູ້ທີ່ມີຄວາມສ່ຽງ ຜູ້ດ້ອຍໂອກາດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍໃຫ້ການເຝິກອົບຮົມວິຊາຊີບ ສົ່ງເສີມການມີວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດ ມີພື້ນທີ່ໃນການຈັດຕັ້ງປະຕິບັດໂຄງການປະກອບມີ: ແຂວງຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ ສໍາລັບໂຄງການດັ່ງກ່າວ ມີມູນຄ່າທັງໝົດ 800.000 ໂດລາສະຫະລັດ (ປະມານ 13,65 ຕື້ກີບ) ເຊິ່ງໄດ້ຮັບການສະໜັບສະໜູນ ໂດຍອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມຣິກາ.

ໂຄງການດັ່ງກ່າວປະກອບມີ 3 ກິຈະກໍາຫຼັກຄື: ສ້າງຄວາມເຂັ້ມແຂງໃນການ​ປະ​ສານ​ງານ ລະ​ຫວ່າງ ຄູ່ຮ່ວມງານພາກ​ລັດຂັ້ນສູນກາງ ທ້ອງຖິ່ນ ອົງການຈັດຕັ້ງທາງສັງຄົມ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຮັດ​ວຽກ​ກ່ຽວ​ຂ້ອງ ຮ່ວມມືກັບພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມໃຫ້ຜູ້ທີ່ມີຄວາມສ່ຽງ ຜູ້ດ້ອຍໂອກາດ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນເຂດເປົ້າໝາຍຂອງໂຄງ ການໃຫ້ໄດ້ຮັບການເຝິກອົບ ຮົມວິຊາຊີບ ມີວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດໃນແຂວງເປົ້າໝາຍ ແລະ ສົ່ງເສີມການລະບຸຕົວ ການບໍລິການ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງທີ່ຈຳເປັນໃນແຂວງເປົ້າໝາຍ.

ທີ່ມາ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...