spot_img
Homeຂ່າວພາຍ​ໃນມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ 12 ປີ 2022 ບັນລຸໄດ້ 1,088 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ 12 ປີ 2022 ບັນລຸໄດ້ 1,088 ລ້ານໂດລາສະຫະລັດ

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2022 ບັນລຸໄດ້ ປະມານ 1,088 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 532 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 556 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 23 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກທັງໝົດ ປະມານ 532 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າທີ່ສົ່ງອອກ 10 ອັນດັບພາຍໃນເດືອນໄດ້ແກ່: ​ຄຳ​ປະ​ສົມ ແລະ ຄຳ​ແທ່ງ 67 ລ້ານໂດລາສະຫະລັດ, ມັນຕົ້ນ 64 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ 40 ລ້ານໂດລາສະຫະລັດ, ຢາງພາລາ 36 ລ້ານໂດລາສະຫະລັດ, ເກືອກາລີ 32 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ແຮ່​ທອງ 25 ລ້ານໂດລາສະຫະລັດ, ນ້ຳຕານ 24 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ 23 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 23 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ປະມານ 556 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າທີ່ສົ່ງນໍາເຂົ້າ 10 ອັນດັບພາຍໃນເດືອນໄດ້ແກ່: ນ້ຳມັນກາຊວນ 88 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 51 ລ້ານໂດລາສະຫະລັດ, ພາຫະນະທາງບົກ 31 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 26 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ 26 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 20 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 18 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາສະຫະລັດ ແລະ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 16 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບພາຍໃນເດືອນ ໄດ້ແກ່: ຈີນ 195 ລ້ານໂດລາສະຫະລັດ, ຫວຽດນາມ 116 ລ້ານໂດລາສະຫະລັດ, ໄທ 103 ລ້ານໂດລາສະຫະລັດ, ອົດສະຕາລີ 48 ລ້ານໂດລາສະຫະລັດ ແລະ ສະຫະລັດອາເມລິກາ 9 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ນໍາເຂົ້າ 05 ອັນດັບພາຍໃນເດືອນ ໄດ້ແກ່: ໄທ 321 ລ້ານໂດລາສະຫະລັດ, ຈີນ 134 ລ້ານໂດລາສະຫະລັດ, ຫວຽດນາມ 48 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 13 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 7 ລ້ານໂດລາສະຫະລັດ.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...