Homeຂ່າວພາຍ​ໃນຜູ້ປ່ວຍລະບົບທາງເດີນຫາຍໃຈເພີ່ມຂຶ້ນຫຼາຍໃນໄລຍະນີ້

ຜູ້ປ່ວຍລະບົບທາງເດີນຫາຍໃຈເພີ່ມຂຶ້ນຫຼາຍໃນໄລຍະນີ້

Published on

ກະຊວງ​ສາທາລະນະ​ສຸກ​ໄດ້​ແນະນຳ​ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ຕໍ່​ສຸຂະພາບ​ຂອງ​ເດັກນ້ອຍ ​ແລະ ຜູ້​ສູງ​ອາຍຸ ​ເພາະ​ພະຍາດ​ທາງ​ເດີນ​ຫາຍ​ໃຈ​ພວມ​ເພີ່ມ​ຂຶ້ນຫຼາຍ​ໃນຊ່ວງອາກາດໜາວ.

ອີງຕາມຂໍ້ມູນຈາກໂຮງໝໍເສດຖາທິລາດ ໃຫ້ຮູ້ວ່າ: ໃນຈໍານວນຄົນເຈັບ 500 ຄົນ ທີ່ເຂົ້າມາປິ່ນປົວຢູ່ໂຮງໝໍໃນແຕ່ລະມື້ນັ້ນ ມີ 20% ແມ່ນເປັນຫວັດທຳມະດາ ນ້ຳມູກໄຫຼ ແລະ ໄອ.

ເດັກນ້ອຍ ແລະ ຜູ້ສູງອາຍຸ ທີ່ມີພູມຕ້ານທານຕໍ່າ ແມ່ນມັກຈະມີບັນຫາກ່ຽວກັບລະບົບຫາຍໃຈ ລວມທັງເຈັບຄໍ.

ໂດຍທາງກະຊວງ ໄດ້ແນະນຳໃຫ້ປະຊາຊົນ​ກິນ​ແຕ່​ອາຫານ​ທີ່​ມີ​ທາດ​ບຳລຸງ ​ແລະ​ ປຸງ​ແຕ່ງ​ຢູ່​ໃນ​ບ້ານ ດື່ມນ້ຳອຸ່ນເປັນປະຈຳ ອອກກຳລັງກາຍເປັນປະຈຳ ແລະ ພັກຜ່ອນໃຫ້ພຽງພໍ ພ້ອມທັງໃຫ້ຢູ່ໃນຄວາມອົບອຸ່ນ ແລະ ຮັກສາຄວາມສະອາດໃນເຮືອນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການແຜ່ລະບາດຂອງໄວຣັສຕາມລະດູການ.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ກ່າວ​ວ່າ ຈຳ​ນວນ​ຄົນ​ເຈັບ​ຈະ​ເພີ່ມ​ຂຶ້ນເລື່ອຍໆ ຖ້າ​ຫາກ​ວ່າ​ປະ​ຊາ​ຊົນ​ບໍ່​ໄດ້​ດູ​ແລເບິ່ງແຍງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​, ສະນັ້ນ ຖ້າຄົນເຈັບເປັນຫວັດຄວນປິ່ນປົວທັນທີ ແລະ ຢູ່ເຮືອນ ຖ້າບໍ່ດັ່ງນັ້ນ ມັນຈະຕິດເຊື້ອໃຫ້ແກ່ຄົນອື່ນໆໃນຄອບຄົວ ຫຼື ໝູ່ເພື່ອນ.

ທີ່ສຳຄັນ ຄວນປຶກສາທ່ານໝໍຢູ່ໂຮງໝໍ ເພື່ອກວດຫາພະຍາດໂຄວິດ-19 ແທນທີ່ຈະຊື້ຢາຕາມຮ້ານກິນເອງ.

ໄວຣັດທີ່ມາພ້ອມກັບຊ່ວງອາກາດເຢັນ ແລະ ໂຄວິດ-19 ສາມາດແຜ່ໄປໃຫ້ຜູ້ອື່ນໄດ້ໂດຍການຈາມ ໄອ ຫຼື ແມ່ນແຕ່ເວົ້າເຊິ່ງໜ້າກັນ, ໂດຍປົກກະຕິ ຜູ້ທີ່ເປັນຫວັດຄວນຟື້ນຕົວພາຍໃນໜຶ່ງອາທິດ ຖ້າໄດ້ຮັບການປິ່ນປົວຈາກແພດໝໍ.

ອີງຕາມ​ສູນຂ່າວສານການແພດສຸຂະສຶກສາໄດ້ລາຍງານວ່າ ເພື່ອ​ຫຼຸດ​ຜ່ອນ​ບັນ​ຫາ​ທາງ​ເດີນ​ຫາຍ​ໃຈ ແລະ ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທຸກ​ຄົນ​ຄວນໃສ່​ໜ້າ​ກາກ​ອະນາໄມ​ໃນເວລາ​ຢູ່​ບ່ອນ​ແອ​ອັດ​ ແລ້ວຄວນ​ລ້າງ​ມື​ເປັນປະຈຳ ແລະ ຄວນຮັກສາໄລຍະຫ່າງໜຶ່ງແມັດເພື່ອຄວາມປອດໄພ.

ແຫຼ່ງຂ່າວ Vientiane Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...