spot_img
Homeຂ່າວຍົນຕົກເຮືອບິນ 2 ລຳຕຳກັນກາງອາກາດ ໃນອອສເຕເລຍ

ເຮືອບິນ 2 ລຳຕຳກັນກາງອາກາດ ໃນອອສເຕເລຍ

Published on

ໃນວັນທີ 2 ມັງກອນ 2023 ຜ່ານມາ, ເກີດເຫດເຮືອບິນເຮລິຄອບເຕີ 2 ລຳຕຳກັນກາງອາກາດ ໃກ້ກັບສວນນ້ຳທະເລ Sea World, ທີ່ເມືອງໂກໂຄດ Gold Coast ປະເທດອອສເຕເລຍ, ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບສາຫັດ 3 ຄົນ.

ເຈົ້າໜ້າທີ່ຕຳຫຼວດໄດ້ລະບຸວ່າ: ເຮລິຄອບເຕີທັງ 2 ລຳຕຳກັນກາງອາກາດ ໂດຍລຳໜຶ່ງໄດ້ຕົກກະທົບລົງມາກັບພຶ້ນຈົນພິກຄວ້ຳ ແລະ ເສດສ່ວນຂອງເຮືອບິນຫຼຸດອອກ ແລະ ກະຈາຍໄປທົ່ວ, ສ່ວນອີກລຳໜຶ່ງມີແຕ່ແວ່ນບັງລົມດ້ານໜ້າຫຼຸດອອກ ເຮັດໃຫ້ຜູ້ໂດຍສານທັງໝົດໄດ້ຮັບບາດເຈັບ ແຕ່ສາມາດປະຄອງລົງຈອດໄດ້.

ໃນເບື້ອງຕົ້ນ, ເຈົ້າໜ້າທີ່ຄາດວ່າ: ການ​ປະ​ທະ​ກັນ​ຂອງ​ເຮ​ລີ​ຄອບ​ເຕີ​ອາດ​ຈະ​ເກີດ​ຂຶ້ນ​ເນື່ອງ​ຈາກລຳໜຶ່ງ​​ກຳ​ລັງ​ຈະ​ບິນ​ຂຶ້ນ ໃນຂະນະທີ່ອີກລຳໜຶ່ງ ກຳລັງກຽມທີ່ຈະລົງຈອດໃນຈັງຫວະທີ່ໃກ້ຄຽງກັນ ​ແຕ່​ຍັງ​ຢູ່​ພາຍ​ໃຕ້​ການ​ສືບສວນ​ສອບ​ສວນ​ຫາ​ສາ​ເຫດ​ທີ່​ແນ່ນອນ ເຊິ່ງເຈົ້າໜ້າທີ່ໄດ້ຂໍຄວາມຮ່ວມມືຈາກປະຊາຊົນຜູ້ທີ່ເຫັນເຫດການ ຫຼື ບັນທຶກຄລິບວີດີໂອ ເພື່ອປະກອບຫຼັກຖານໃຫ້ເຈົ້າໜ້າທີ່ດຳເນີນການສືບສວນຕໍ່ໄປ.

ແຫຼ່ງຂ່າວ: PPTV

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...