spot_img
Homeຂ່າວຕ່າງປະເທດກາຕາກາຍເປັນເຈົ້າພາບທຳອິດທີ່ເສຍໃນນັດເປີດສະໜາມບານໂລກ

ກາຕາກາຍເປັນເຈົ້າພາບທຳອິດທີ່ເສຍໃນນັດເປີດສະໜາມບານໂລກ

Published on

ກາຕາຈາລຶກໃນປະຫວັດສາດໃນຮອບ 88 ປີ ນັບຕັ້ງແຕ່ມີບານໂລກມາ ທີ່ເສຍໃຫ້ກັບປະເທດເອກວາດໍ ໃນນັດເປີດສະໜາມບານໂລກ 2022.

ໃນຄ່ຳຄືນຂອງວັນທີ 20 ພະຈິກ 2022 ນັດເປີດສະໜາມບານເຕະໂລກ 2022 ທີມຊາດຂອງກາຕາ ເຈົ້າພາບ ໄດ້ເສຍໃຫ້ກັບທີມຊາດເອກວາດໍ ດ້ວຍຄະແນນ 0-2.

ການເສຍໃນການແຂ່ງຂັນບານເຕະໃນຄັ້ງນີ້ ຖືເປັນປະຫວັດຊາດໜ້າໃໝ່ຂອງເຈົ້າພາບງານບານໂລກ ທີ່ເຈົ້າພາບໄດ້ເສຍໃນນັດເປີດສະໜາມ ເຊິ່ງກ່ອນໜ້ານີ້ຊາດເຈົ້າພາບບໍ່ເຄີຍປະລາໄຊໃນການແຂ່ງຂັນນັດທຳອິດມາກ່ອນ ໂດຍມີຜົນການແຂ່ງຂັນຄືດັ່ງນີ້:

  • ບານໂລກ 2006 ທີ່ປະເທດເຢຍລະມັນ: ເຢຍລະມັນ ຊະນະ ຄໍສຕາຣິກາ 4-2
  • ບານໂລກ 2010 ທີ່ປະເທດອາຟຣິກາໃຕ້: ອາຟຣິກາໃຕ້ ສະເໝີ ແມັກຊິໂກ 1-1
  • ບານໂລກ 2014 ທີ່ປະເທດບຣາຊິນ: ບຣາຊິນ ຊະນະ ໂຄເອເຊຍ 3-1
  • ບານໂລກ 2018 ທີ່ປະເທດຣັດເຊຍ: ຣັດເຊຍ ຊະນະ ຊາອຸດິອາລັບບີ 5-0
  • ບານໂລກ 2022 ທີ່ປະເທດກາຕາ: ກາຕາ ເສຍ ເອກວາດໍ 0-2

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...