spot_img
Homeຂ່າວຕ່າງປະເທດນາງງາມຮອນດູຣັສ ຖືກລັກພາຕົວ ກ່ອນເດີນທາງໄປປະກວດ ມິສເວີນດ໌ 2014 ທີ່ລອນດອນ!

ນາງງາມຮອນດູຣັສ ຖືກລັກພາຕົວ ກ່ອນເດີນທາງໄປປະກວດ ມິສເວີນດ໌ 2014 ທີ່ລອນດອນ!

Published on

10325612_10152451219644974_8328422891601425122_n

 

ນາງ ມາເຣຍ ໂຮເຊ ອັນວາຣາໂດ ມູໂນດ ນາງງາມຮອນດູຣັສ ປີ 2014 ຖືກລັກພາຕົວ ກ່ອນເດີນທາງໄປເກັບຕົວ

ເຂົ້ົາປະກວດມິສເວີນດ໌ທີ່ລອນດອນ ພຽງບໍ່ພໍເທົ່າໃດມື້.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ພະຈິກນີ້ວ່າ ນາງ ມາເຣຍ ໂຮເຊ ອັນວາຣາໂດ ມູໂນດ ນາງງາມເຈົ້າ

ຂອງຕຳແໜ່ງມິສເວີນດ໌ ຮອນດູຣັສ ປະຈຳປີ 2014 ໄດ້ຖືກລັກພາຕົວຢ່າງໄຮ້ຮ່ອງຮອຍ ພ້ອມດ້ວຍເອື້ອຍຄີງຂອງ

ນາງ ກ່ອນບໍ່ພໍເທົ່າໃດວັນທີ່ຈະເດີນທາງໄປປະກວດມິສເວີນດ໌ 2014 ທີ່ນະຄອນຫລວງລອນດອນ ປະເທດອັງກິດ.

 

ນາງ ມາເຣຍ ອາຍຸ 19 ປີ ແລະ ເອື້ອຍຂອງນາງ ໂຊເຟຍ ທຣິນິແດດ ໄດ້ຫາຍຕົວໄປຕັ້ງແຕ່ວັນທີ 13 ພະຈິກທີ່ຜ່ານ

ມາ ຫລັງຈາກທີ່ທັງສອງຄົນໄດ້ໄປຮ່ວມງານສັງສັນວັນເກີດແຟນໜຸ່ມຂອງໂຊເຟຍ ອັນໄດ້ສ້າງຄວາມກັງວົນໃຫ້

ກັບພໍ່ແມ່ຂອງພວກເຂົາທັງສອງ ກ່ອນທີ່ຈະຕັດສິນໃຈເຂົ້າແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດ ແລະ ໂດຍຜ່ານການສືບ

ສວນຂອງເຈົ້າໜ້າທີ່ຕຳຫລວດ ກໍໄດ້ສັນນິຖານວ່າ ພວກກ່ຽວທັງສອງໄດ້ຖືກລັກພາຕົວໄປ.

 

ລາຍງານຍັງໄດ້ລະບຸວ່າ ນາງ ມາເຣຍ ຈະມີກຳນົດເດີນທາງໄປນະຄອນຫລວງລອນດອນ ໃນວັນທີ 19 ພະຈິກ ເພື່ອ

ເກັບຕົວເຂົ້າປະກວດມິສເວີນດ໌ 2014 ເຊິ່ງຈະມີຂຶ້ນໃນວັນທີ 14 ທັນວາ 2014 ນີ້, ແຕ່ຈົນຮອດປັດຈຸບັນ ຕຳຫລວດ

ຍັງບໍ່ສາມາດຊອກຮູ້ເບາະແສການຫາຍຕົວໄປຂອງທັງສອງຄົນ, ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ຮອນດູຣັສ ໄດ້ກັກ

ຕົວຜູ້ຕ້ອງສົງໄສແລ້ວ 4 ຄົນ.

 

83663_profileImage2.600x400

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...