spot_img
Homeຂ່າວພາຍ​ໃນປກສ ເມືອງຕົ້ນເຜິ້ງ ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດໄລຍະທໍາອິດ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ຈໍານວນຫຼາຍ

ປກສ ເມືອງຕົ້ນເຜິ້ງ ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດໄລຍະທໍາອິດ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ຈໍານວນຫຼາຍ

Published on

ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລັ່ງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງໃນໄລຍະທີ 1 ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ ທັງເປັນຄະດີທີ່ພົ້ນເດັ່ນໄດ້ເຖິງ 59 ເລື່ອງ ແລະ ຢືດຂອງກາງໄດ້ເປັນຈໍານວນຫຼາຍ.

ພັທ ພົງພັກ ແດນທະນາ ຫົວໜ້າກອງບັນຊາການ ປກສ ເມືອງ ຕົ້ນເຜິ້ງ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 7 ພະຈິກ 2022 ວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະທີ 1 ສາມາດຂຶ້ນບັນຊີເປົ້າໝາຍເສບໄດ້ ຈໍານວນ 635 ຄົນ ຍິງ 12 ຄົນ ແລະ ເປົ້າໝາຍຄ້າຂາຍ-ຂົນສົ່ງ ຈໍານວນ 142 ຄົນ ຍິງ 6 ຄົນ.

ພ້ອມທັງ, ຢຶດຂອງກາງໄດ້ເປັນຈໍານວນຫຼວງຫຼາຍ ສະແດງອອກນັບແຕ່ປີ 2021 ມາເຖິງປັດຈຸບັນ ສາມາດມ້າງຄະດີຢາເສບຕິດໃນທົ່ວເມືອງຕົ້ນເຜິ້ງ ໄດ້ 59 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 91 ຄົນ ຍິງ 12 ຄົນ ແລະ ຄົນຕ່າງປະເທດ 11 ຄົນ; ຢຶດຂອງກາງຢາບ້າໄດ້ ຈໍານວນ 49.108.000 ເມັດ, ຢາໄອສ໌ 501 ກິໂລກຼາມ, ເຄຕາມິນ 67 ກິໂລກຼາມ, ລົດໃຫຍ່ 8 ຄັນ, ລົດຈັກ 15 ຄັນ ແລະ ເຄື່ອງຂອງກາງທີ່ພົວພັນກັບຄະດີອີກຈໍານວນໜຶ່ງ. ນອກນັ້ນ, ຍັງສາມາດມ້າງພາກສ່ວນມົ້ວສຸມຢາເສບຕິດໄດ້ຈໍານວນ 15 ຈຸດ, ກັກຕົວໄດ້ 60 ຄົນ ຍິງ 23 ຄົນ ພ້ອມທັງ, ກໍານົດຈຸດຂ້າມລອຍຢາເສບຕິດໄດ້ອີກ ຈໍານວນ 13 ຈຸດໃນທົ່ວເມືອງ.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ຍັງໄດ້ຍົກໃຫ້ເຫັນເຖິງຄະດີທີ່ພົ້ນເດັ່ນຄື: ໃນວັນທີ 25 ຕຸລາ 2021 ສາມາດສະກັດກວດກາລົດເປົ້າໝາຍຂົນສົ່ງຢາເສບຕິດຢູ່ເຂດບ້ານໃຫຍ່ສີເມືອງງາມ ແລະ ຜ່ານການກວດກາລົດຄັນດັ່ງກ່າວພົບເຫັນຢາບ້າຊຸກເຊື່ອງຢູ່ໃນລົດຈໍານວນ 3.000 ມັດ ເທົ່າ ກັບ 6.000.000 ເມັດ ນ້ຳໜັກ 720 ກິໂລກະກຼາມ( ນັບທັງເສື້ອຫຸ້ມຫໍ່ ); ວັນທີ 6 ສິງຫາ 2022 ໄດ້ມ້າງຄະດີຄ້າຂາຍຢາເສບຕິດຢູ່ບ້ານສີບຸນເຮືອງ ກັກຕົວຜູ້ຖືກຫາໄດ້ 2 ຄົນ ຍິງ 1 ຄົນ, ຢຶດຂອງກາງຢາບ້າໄດ້ 6.608.000 ເມັດ, ຢາໄອສ໌ ຈໍານວນ 1 ກິໂລກຼາມ, ເງິນບາດໄທ 4.109.000 ບາດ, ເງິນກີບ 80.000.000 ກີບ, ເງິນຢວນ 10.000 ຢວນ, ລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ; ວັນທີ 23 ກັນຍາ 2022 ໄດ້ມ້າງຄະດີຄ້າຂາຍຢາເສບຕິດຢູ່ບ້ານສີບຸນເຮືອງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 33.200.000 ມັດ, ຢາໄອ 500 ກິໂລກຼາມ, ລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ; ຫຼ້າສຸດແມ່ນໃນວັນທີ 15.10.2022 ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ພົບເຫັນລົດໃຫຍ່ຈອດຢູ່ແຄ້ມທາງເຂດບ້ານໃຫຍ່ສີເມືອງງາມ ເຊິ່ງບັນຈຸຢາເສບຕິດຢູ່ໃນລົດ ຈຳນວນ 1.750 ມັດ ເທົ່າກັບ 3.500.000 ເມັດ ແລະ ເຄຕາມິນ 66 ຫໍ່ ແລະ ລົດໃຫຍ່ 1 ຄັນ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...