spot_img
Homeຂ່າວພາຍ​ໃນເຄື່ອນໄຫວແກ້ໄຂ ຮ້ານຮັບຊື້-ຂາຍເຫຼັກເສດ ຢູ່ ນະຄອນຫຼວງວຽງຈັນ

ເຄື່ອນໄຫວແກ້ໄຂ ຮ້ານຮັບຊື້-ຂາຍເຫຼັກເສດ ຢູ່ ນະຄອນຫຼວງວຽງຈັນ

Published on

ວັນທີ 19 ຕຸລາ 2022 ຜ່ານມາ, ທີ່ສະໂມສອນ ປກສ ນວ, ໂດຍການເປັນປະທານຂອງ ພັອ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນວ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

ໃນກອງປະຊຸມ ໄດ້ແຕ່ງຕັ້ງຄະນະປະສານງານແກ້ໄຂຄົນຕ່າງປະເທດ ທີ່ລະເມີດກົດໝາຍ, ໂດຍສະເພາະກຸ່ມຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ມີການຊື້ຂາຍເຫຼັກເສດ, ຢູ່ໃນຂອບເຂດ ນວ ແລະ ແຜນວຽກກວດກາ ແລະ ແກ້ໄຂຮ້ານຊື້-ຂາຍເຫຼັກເສດຂອງຄົນຕ່າງປະເທດ ທີ່ລະເມີດກົດໝາຍ-ລະບຽບ ຂອງ ສປປ ລາວ ຢູ່ ນວ.

ໃນຕອນທ້າຍກອງປະຊຸມ ໃຫ້ອະນຸກໍາມະການປັບປຸງຂໍ້ຕົກລົງ ແລະ ເນື້ອໃນບາງຈຸດຄືນໃໝ່, ພ້ອມທັງໃຫ້ດໍາເນີນວຽກໄປຕາມແຕ່ລະຂັ້ນຕອນທີ່ໄດ້ກະກຽມໄວ້. ກ່ອນຈະລົງກວດກາ ແລະ ແກ້ໄຂວຽກຕົວຈິງ ໃຫ້ບັນດາເມືອງ ກໍຄືວິຊາການ ເປີດກອງປະຊຸມປຶກສາຫາລືກ່ອນ ເພື່ອກະກຽມບັນດານິຕິກໍານົດ, ເອກກະສານຕ່າງໆ ແລະ ຄົ້ນຄວ້າຫາວິທີແກ້ໄຂບັນດາກໍລະນີ, ໃຫ້ມີຄວາມລະອຽດຮອບຂອບ ແລະ ຮັດກຸມ.

ພາຍຫຼັງລົງກວດກາ ແລະ ແກ້ໄຂ ບັນດາຫ້າງຮ້ານຮັບຊື້-ຂາຍເຫຼັກເສດ ແລ້ວ ແມ່ນໃຫ້ສະຫຼຸບຖອດຖອນບົດຮຽນ ຊອກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຫາວິທີແກ້ໄຂ ແລ້ວລາຍງານຕໍ່ກອງບັນຊາການ ປກສ ນວ ຂໍທິດຊີ້ນໍາ ຈາກຂັ້ນເທິງ ກໍຄືກົມ 207 ກົມໃຫຍ່ 502 ກະຊວງ ປ້ອງກັນຄວາມສະງຫງົບ.
ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...