spot_img
Homeຂ່າວພາຍ​ໃນເຈົ້າແຂວງໄຊຍະບູລີ ລົງຕິດຕາມການກໍ່ສ້າງຂົວອູ່ເມືອງເງິນ

ເຈົ້າແຂວງໄຊຍະບູລີ ລົງຕິດຕາມການກໍ່ສ້າງຂົວອູ່ເມືອງເງິນ

Published on

ວັນທີ 30 ກັນຍາ 2022 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ລົງຕິດຕາມການກໍ່ສ້າງຂົວອູ່ ຢູ່ເມືອງເງິນ.

ການລົງເຄື່ອນໄຫວຕິດຕາມກວດກາວຽກງານຄັ້ງນີ້ ໄດ້ຕິດຕາມຄວາມຄືບຫນ້າການກໍ່ສ້າງຂົວອູ່ ຂ້າມນໍ້າງື່ມ ບ້ານນໍ້າທົນ ເຊິ່ງຂົວດັ່ງກ່າວແມ່ນ ເລີ່ມກໍ່ສ້າງມາແຕ່ວັນທີ 20 ສິງຫາ 2022, ມີຄວາມຍາວ ທັງໝົດ 75 ແມັດ, ສາຍຈ່ອງເບື້ອງລະ 10 ແມັດ ລວມທັງໝົດ 95 ແມັດ, ກວ້າງ 1,3 ແມັດ, ໃຊ້ສາຍສະລິງ, ໜ້າຂົ້ວປຸໃຊ້ໄມ້ແປ້ນ, ຮາກຖານ ແລະ ຕໍ່ມໍ ເບຕົງເສີມເຫຼັກ, ເສົາດືງແມ່ນເສົາເຫຼັກ ມູນຄ່າການກໍ່ສ້າງທັງໝົດ 399 ລ້ານກີບ, ໂດຍແມ່ນບໍລິສັດລຸ້ງໂລດ ກໍ່ສ້າງຂົວທາງຈໍາກັດ ເປັນຜູ້ຮັບເໝົາ.

ປັດຈຸບັນ ການກໍ່ສ້າງແມ່ນສໍາເລັດແລ້ວ 94% ສໍາລັບໜັາວຽກທີ່ຍັງຄ້າງແມ່ນການປູແປ້ນຂົວທີ່ຍັງບໍ່ສໍາເລັດ ຄາດວ່າຈະໃຫ້ສໍາເລັດ ໃນວັນທີ 12 ຕຸລາ 2022 ນີ້.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...