spot_img
Homeຂ່າວຕ່າງປະເທດອາເມຣິກາກ່າວເຕືອນວ່າ "ຈະມີບັນຫາ"ຖ້າຣັດເຊຍນຳໃຊ້ອາວຸດນິວເຄຼຍກັບຢູເຄຣນ

ອາເມຣິກາກ່າວເຕືອນວ່າ “ຈະມີບັນຫາ”ຖ້າຣັດເຊຍນຳໃຊ້ອາວຸດນິວເຄຼຍກັບຢູເຄຣນ

Published on

ເຈກ ຊັລລິແວນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງອາເມຣິກາ ກ່າວກັບຜູ້ສື່ຂ່າວວ່າ ສະຫະລັດອາເມຣິກາຈະຕອບໂຕ້ ຢ່າງເດັດຂາດຕໍ່ການໃຊ້ອາວຸດນິວເຄຍຂອງຣັດເຊຍ ກັບຢູເຄຣນ ແລະ ໄດ້ລະບຸເຖິງຜົນເຖິງຮ້າຍແຮງທີ່ຣັດເຊຍຈະປະເຊີນ.

ຄຳເຕືອນລ່າສຸດຂອງອາເມຣິກາ ເກີດຂຶ້ນພາຍຫຼັງທີ່ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ປະລາໄຊ ແລະ ໄດ້ປະກາດລະດົມກຳລັງທະຫານຄັ້ງທຳອິດຂອງປະເທດ.

ຊັລລິແວນ ລາຍງານວ່າ ຖ້າຣັດເຊຍຂ້າມເສັ້ນນີ້ ຣັດເຊຍຈະເກີດຜົນຮ້າຍຕາມມາ ອາເມຣິກາຈະຕອບໂຕ້ຢ່າງເດັດຂາດ.

ຊັລລິແວນ ບໍ່ໄດ້ລາຍງານແຜນການຕອບໂຕ້ຂອງອາເມຣິກາ ແຕ່ໄດ້ກ່າວວ່າ ອາເມຣິກາໄດ້ໂອ້ລົມກັບມົສກູເປັນການສ່ວນຕົວ ແລະ ໄດ້ຕິດຕໍ່ກັບຣັດເຊຍໂດຍກົງຢູ່ຕະຫຼອດ ລວມເຖິງສອງສາມມື້ທີ່ຜ່ານມານີ້ ເພື່ອຫາລືກ່ຽວກັບສະຖານະການໃນຢູເຄຣນ ແລະ ການກະທຳ ແລະ ໄພຄຸກຄາມຂອງປູຕິນ.

ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດໃນນິວຢອກໃນວັນພຸດທີ່ຜ່ານມາ ໂດຍກ່າວຫາປູຕິນວ່າ ຣັດເຊຍສະແດງທ່າທີຄຸກຄາມນິວເຄຼຍຕໍ່ເອີຣົບຢ່າງເປີດເຜີຍ ໂດຍບໍ່ສົນໃຈຄວາມຮັບຜິດຊອບໃນການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.

ໃນວັນອາທິດທີ່ຜ່ານມາ ຊັລລິແວນ ຍັງໄດ້ກ່າວຕື່ມອີກວ່າ ປູຕິນມີເຈດຕະນາ ໃນການກວາດລ້າງປະຊາຊົນຢູເຄຣນ ເຊິ່ງລາວບໍ່ເຊື່ອວ່າມີສິດຈະດຳລົງຢູ່ ດັ່ງນັ້ນພັນທະມິດຢູເຄຣນຕ້ອງສະໜັບສະໜູນກັນຕໍ່ໄປ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...