spot_img
Homeຂ່າວພາຍ​ໃນປກສ ແຂວງສະຫວັນນະເຂດ ຈັບຜູ້ທີ່ກໍ່ເຫດແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດ

ປກສ ແຂວງສະຫວັນນະເຂດ ຈັບຜູ້ທີ່ກໍ່ເຫດແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດ

Published on

ຈັບຜູ້ທີ່ແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດທີ່ໄປຕົວະເອົາລົດປະຊາຊົນ ທີ່ແຂວງສະວຫັນນະເຂດ ໄດ້ແລ້ວ.

ວັນທີ 2 ກັນຍາ 2022 ເຈົ້າໜ້າທີ່ ປກສ ແຂວງ ສະຫວັນນະເຂດ ໄດ້ລາຍງານວ່າ: ສາມາດຈັບຜູ້ກໍ່ເຫດໄດ້ ຖານແອບອ້າງເປັນເຈົ້າໜ້າທີ່ ແລະ ໄປຕົວະປະຊາຊົນ, ໂດຍມື້ເກີດເຫດ ໃນເວລາ 7 :15 ນາທີ ຂອງວັນ ອາທິດ ທີ 28 ສິງຫາ 2022 ມີຊາຍຜູ້ໜຶ່ງນຸ່ງເຄື່ອງແບບຕຳຫຼວດໄດ້ຍ່າງເຂົ້າມາທີ່ເຮືອນຂອງປະຊາຊົນ ແລ້ວໄດ້ອ້າງວ່າຕົນເປັນເຈົ້າໜັາທີ່ຕຳຫຼວດ ແລ້ວເວົ້າກັບເຈົ້າຂອງເຮືອນຜູ້ທີ່ເປັນປະຊາຊົນວ່າ ໄດ້ໃຫ້ຜູ້ກ່ຽວມາເອົາລົດ ແຕ່ປະຊາຊົນຜູ້ນັ້ນກໍ່ເບິ່ງວ່າມີທ່າທີບໍ່ດີ ບໍ່ໄດ້ຫຼົງເຊື່ອ ແລ້ວກໍ່ຮີບກັບເຂົ້າມາໃນເຮືອນ ແລະ ໄປແຈ້ງຕໍ່ເຈົ້າໜ້າທີ່ ປກສ ໃນພາຍຫຼັງ.

ມາໃນວັນທີ 30 ສິງຫາ 2022 ພາຍຫຼັງເຈົ້າໜ້າທີ່ສາມາດໄປຈັບໂຕໄດ້ ຈຶ່ງຮູ້ວ່າ ຜູ້ກ່ຽວມີຊື່ວ່າ ທ້າວ ສີເພັດໝັ້ນ ອາຍຸ 34 ປີ ບ້ານສຸນັນທາ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຜູ້ກ່ຽວເປັນຄົນບ້າເສຍຈິດ ເຊິ່ງຊຸດຕຳຫຼວດທີ່ຜູ້ກ່ຽວໃສ່ ແມ່ນລັກເອົາມາຈາກພີ່ນ້ອງ ຜູ້ທີ່ເປັນພະນັກງານ, ພາຍຫຼັງຮູ້ແນວນັ້ນ ເຈົ້າໜ້າທີ່ ປກສ ຈຶ່ງໄດ້ນຳມາສຶກສາອົບຮົບ ແລ້ວປ່ອຍໂຕຜູ້ກ່ຽວໃຫ້ກັບຄອບຄົວ ເພື່ອໄປຮັກສາປິ່ນປົວຈິດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...