spot_img
Homeຂ່າວຕ່າງປະເທດອົດສະຕຣາລີຍຶດຢາໄອສໄດ້ຫຼາຍທີ່ສຸດໃນປະຫວັດສາດ

ອົດສະຕຣາລີຍຶດຢາໄອສໄດ້ຫຼາຍທີ່ສຸດໃນປະຫວັດສາດ

Published on

ຕຳຫຼວດອົດສະຕຣາລີ ພົບຢາໄອສ ນ້ຳໜັກ 1.800 ກິໂລກຣາມ ໃນຕູ້ຄອນເທນເນີທີ່ທ່າເຮືອຊິດນີ່ ໂດຍຖືກເຊື່ອງຕາມແຜ່ນຫິນອ່ອນ ຄາດວ່າມີມູນຄ່າຫຼາຍກວ່າ 1.6 ພັນລ້ານໂດລາອົດສະຕຣາລີ ຫຼື 1.1 ລ້ານໂດລາສະຫະລັດ ໂດຍມີຊາຍ 3 ຄົນໄດ້ຖືກຈັບວ່າມີສ່ວນໃນການລັກລອບນຳເຂົ້າຢາເສບຕິດຈາກຕະເວັນອອກກາງ, ເຈົ້າໜ້າທີ່ກ່າວວ່າ ກຸ່ມຄົນດັ່ງກ່າວເປັນສ່ວນໜຶ່ງຂອງອົງກອນທີ່ຂະໜາດໃຫຍ່ ມີເຄືອຂ່າຍໃນລະດັບນານາຊາດ ຕຳຫຼວດລັດນິວເຊົ້າເວວ ກ່າວວ່າ ກຸ່ມຄົນພວກນີ້ຊ່ຽວຊານ ແຕ່ເຈົ້າໜ້າທີ່ຍັງບໍ່ເຊື່ອວ່າພວກເຂົາຈະມີຄວາມກ້າໃນການພະຍາຍາມລັກລອບນຳເຂົ້າຢາເສບຕິດຈຳນວນຫຼາຍ ໂດຍທີ່ເຈົ້າໜ້າທີ່ບໍ່ກວດພົບ.

ຕຳຫຼວດກ່າວວ່າ ຢາເສບຕິດທັງໝົດ ມີຕົ້ນທາງມາຈາກທາງພາກຕະເວັນອອກກາງ ໂດຍມີລາຍລະອຽດການຈັດສົ່ງດຽວກັບຢາໄອສ ນ້ຳໜັກ 750 ກິໂລກຣາມ ທີ່ຖືກກວດພົບໃນອາທິດແລ້ວ ແລະ ຕຳຫຼວດໄດ້ຈັບ ຜູ້ຊາຍ 3 ຄົນໃນຂໍ້ຫາຢາເສບຕິດທີ່ພົບເຫັນໃນອາທິດແລ້ວນີ້.

ອົດສະຕຣາລີ ກຳລັງປະເຊີນກັບບັນຫາສຳຄັນທີ່ເອີ້ນວ່າ “ການລະບາດຂອງຢາໄອສ” ໂດຍສະເພາະໃນເຂດຊຸມຊົນ ໂດຍອົດສະຕຣາລີມີລາຍງານການໃຊ້ຢາໄອສຕໍ່ຄົນສູງທີ່ສຸດໃນໂລກ ໂດຍປະມານ 6% ຂອງປະຊາກອນອົດສະຕຣາລີ ຫຼື ປະມານ 1.2 ລ້ານຄົນ ໃຊ້ຢາເສບຕິດປະເພດນີ້.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...