Homeຂ່າວພາຍ​ໃນປກສ ແຂວງເຊກອງ ປະກາດ ປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ

ປກສ ແຂວງເຊກອງ ປະກາດ ປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ

Published on

ປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ ຈຳນວນ 5 ສະຫາຍກະທໍາຜິດຕໍ່ກົດໝາຍ ຖານກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).

ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການເມືອງ

ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການເມືອງ ໄດ້ຜ່ານຄໍາເຫັນວ່າດ້ວຍການປະຕິບັດວິໄນພົນຕຳຫຼວດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍການປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ ໃນກໍາລັງ ປກສ ແຂວງເຊກອງ ໃນນີ້ ຕົກລົງປະຕິບັດວິໄນ ນາຍ ແລະ ພົນຕຳຫລວດ ອອກຈາກກໍາລັງປ້ອງກັນຄວາມສະຫງົບໂດຍບໍ່ໄດ້ຮັບການອຸດໜູນນະໂຍບາຍໃດໆຈໍານວນ 5 ສະຫາຍ, ຍິງ 1 ສະຫາຍຄື:

  1. ວທ ໄພສະຫັວນ ເພັດກຸມເມືອງ ອາຍຸ 33 ປີ ໜ້າທີຮັບຜິດຊອບ ຮອງຫົວໜ້າໜ່ວຍງານ ສັງກັດຢູ່ຫ້ອງຕໍາຫຼວດ;
  2. ວທ ລັດຕະນະ ດວງຄໍາ ອາຍຸ 28 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງຕໍາຫຼວດ;
  3. ຮຕ ຈະເລີນທອງ ແກ້ວມີສີ ອາຍຸ 34 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັ່ງກັດຫ້ອງຕໍາຫຼວດ;
  4. ຮທ ນາງ ສຸດຖະໜອມ ວໍລະດາ ອາຍຸ 33 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ປກສ ເມືອງທ່າແຕງ;
  5. ຮຕ ພົງເພັດ ໃພທິສານ ອາຍຸ 36 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັງກັດຢູ່ ປກສ ເມືອງດາກຈຶງ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).

ໂອກາດນີ້, ທ່ານ ພັນໂທ ຄໍາບານ ພົມມະນີວົງ ປະທານກວດກາພັກ, ຮອງກອງບັນຊາການ ປກສ ແຂວງເຊກອງ ໄດ້ຮຽກຮ້ອງມາຍັງບັນດາ ຄະນະພັກ, ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ເປັນເຈົ້າການສຶກສາອົບຮົບການເມືອງແນວຄິດ, ຄໍາສັງຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນລະບຽບ-ກົດໝາຍ ແລະ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກໃຫ້ເລິກເຊິ່ງ; ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ, ກໍາແໜ້ນສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ;ປະຕິບັດໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ກໍາລັງ ແລະ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; ພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ, ສ້າງທັດສະນະແນວຄິດຄຸນສົມບັດສິນທໍາປະຕິບັດ ແລະ ຮັກສາທາດແທ້ມູນເຊື້ອປະຕິວັດ ຂອງກໍາລັງປ້ອງກັນຄວາມສະ ຫງົບ; ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກຂອງບັນດາເຫຼົ່າລົບວິຊາສະເພາະໃຫ້ເຂັ້ມແຂງ; ປະຕິບັດລະບົບສ່ອງແສງລາຍງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ເປັນປົກກະຕີ; ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ, ສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...