spot_img
Homeຂ່າວຕ່າງປະເທດພົບໄວຣັສຊະນິດໃໝ່ທີ່ຢູ່ໃນ"ໜູຜີ"

ພົບໄວຣັສຊະນິດໃໝ່ທີ່ຢູ່ໃນ”ໜູຜີ”

Published on

ຫຼັງຈາກນັກວິໄຈນານາຊາດເລີ່ມສືບຫາໄວຣັສຊະນິດໃໝ່ນີ້ ຊື່ວ່າ “Langya Henipavirus” ລາງຢາເຮນິປາ ຫຼື ເລວີ (LayV) ຫຼັງຈາກທີ່ຈີນໄດ້ຕິດເຊື້ອນີ້ແລ້ວຫຼາຍສິບຄົນ ແລະ ຄິດວ່າ “ໜູຜີ” ເປັນຕົ້ນຕໍຂອງໄວຣັສນີ້ ແຕ່ຂະນະນີ້ຍັງບໍ່ມີລັກຖານທີ່ມັນສາມາດແຜ່ໄປສູ່ຄົນໄດ້.

ວັນທີ 10 ສິງຫາ ສຳນັກຂ່າວ bbc ໄດ້ລາຍງານວ່າ: ໄວຣັສເລວີ ຢູ່ກຸ່ມດຽວກັບໄວຣັສນິປາ (Nipah) ແລະ ໄວຣັສເຮນດຣາ (Hendra) ຖືກຄົ້ນພົບທຳອິດໃນມົນທົນຊານຕົງ ແລະ ເຫີນານ ທາຕະເວັນອອກສຽງເໜືອຂອງຈີນໃນຊ່ວງທ້າຍປີ 2018 ແຕ່ຫາກໍຖືກນັກວິທະຍາສາດຢ່າງເປັນທາງການໃນອາທິດແລ້ວນີ້.

ບັນດານັກວິທະຍາສາດຈາກປະເທດຈີນ, ສິງກະໂປ ແລະ ອົດສະຕຣາລີ ກ່າວວ່າເຊື້ອໄວຣັສເລວີ ໄດ້ຖືກກວດພົບໃນເບື້ອງຕົ້ນຈາກຜູ້ທີ່ມີອາການໄຂ້ໃນພາກຕາເວັນອອກຂອງຈີ ທີ່ມີປະຫວັດການສຳຜັດກັບສັດ ເຊິ່ງສ່ວນຫຼາຍແມ່ນຊາວກະສິກຳ. ຜູ້ຕິດເຊື້ອຈະມີອາການອ່ອນເພຍ, ໄອ, ຂາດຄວາມຢາກອາຫານ ແລະ ເຈັບຫົວ, ນອກນັ້ນຍັງມີຄວາມຜິດປົກກະຕິຂອງເມັດເລືອດ ລວມທັງອາການຂອງຄວາມເສຍຫາຍຂອງຕັບ ແລະ ໝາກໄຂ່ຫຼັງ.

ອ້າງອີງຈາກ New England Journal of Medicine ລະບຸວ່າ ມີຜູ້ປ່ວຍ 26 ຄົນ ຈາກທັງໝົດ 35 ຄົນໃນກຸ່ມຂ້າງເທິງ ຕິດເຊື້ອໄວຣັສເລວີ.

ໃນຂະນະທີ່ນັກຄົ້ນຄວ້າກ່າວວ່າ ບໍ່ມີຫຼັກຖານໃດໆທີ່ຈະແນະນໍາວ່າຄົນເຈັບເຫຼົ່ານີ້ ໄດ້ສຳຜັດກັບຜູ້ທີ່ຕິດເຊື້ອໄວຣັດເລວີ ຫຼື ມີປະຫວັດເຄີຍຕິດເຊື້ອມາກ່ອນ ເຊິ່ງສະແດງວ່າ ການຕິດເຊື້ອຈາກຄົນຕໍ່ຄົນ ມັນອາດຈະມີບາງຄັ້ງຄາວ ແລະ ໜ່ວຍງານສາທາລະນະສຸກຂອງໄຕ້ຫວັນ ກຳລັງຕິດຕາມການລະບາດຢ່າງໃກ້ຊິດ.

ຜົນການກວດເຊື້ອລະບຸໄດ້ວ່າ ເຊື້ອໄວຣັສໄດ້ຖືກພົບເຫັນຢູ່ໃນ”ໜູຜີ” ສັດລ້ຽງລູກດ້ວຍນົມຂະໜາດນ້ອຍ ໂດຍທົ່ວໄປແລ້ວພວກມັນຄ້າຍຄືໜູ ປະມານ 27% ຂອງພວກມັນເປັນພາຫະຂອງເຊື້ອໄວຣັສ ເຮນິປາ (Henipavirus) ໃນຕະກູນດຽວກັນ ສະ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ ໜູຜີອາດເປັນແຫຼ່ງພະຍາດຕາມທຳມະຊາດ. ແຕ່ໃນເວລາດຽວກັນ, ເຊື້ອໄວຣັສໄດ້ຖືກພົບເຫັນຢູ່ໃນແບ້ 2% ແລະ ໃນໝາ 5% ໃນທ້ອງຖິ່ນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ໄວຣັດເລວີ ແລະ ນັກວິທະຍາສາດຢືນຢັນວ່າຢ່າ​ຕື່ນ​ຕົກ​ໃຈ.

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...