spot_img
Homeຂ່າວພາຍ​ໃນສືບຕໍ່ຝຶກຝົນທາດແທ້ປະຕິວັດ-ຈົງຮັກພັກດີຕໍ່ປະເທດຊາດ

ສືບຕໍ່ຝຶກຝົນທາດແທ້ປະຕິວັດ-ຈົງຮັກພັກດີຕໍ່ປະເທດຊາດ

Published on

ໃນຕອນບ່າຍຂອງວັນທີ 8 ສິງຫາ 2022, ໃນໂອກາດທີ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຍົກສູງບົດບາດ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງ ປກສ, ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຳລັງປ້ອງກັນຄວາມສະຫງົບທີ່ໄດ້ເຄື່ອນໄຫວໜ້າທີ່ການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ.

ໂດຍທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ທົ່ວກຳລັງປ້ອງກັນຄວາມສະຫງົບ ເຊິ່ງໃນທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະລະເພື່ອຊາດ ເພື່ອປະຊາຊົນ ຂອງນາຍ ແລະ ພົນຕຳຫລວດ ໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້; ສ້າງຄວາມເປັນເອກະພາບສູງກັບແນວທາງຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ ພາຍໃນຖັນແຖວກຳລັງ ປກສ, ໃຫ້ກຳລັງ ປກສ ກໍຄື ກຳລັງປະກອບອາ ວຸດປະຊາຊົນ ເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຈັດຕັ້ງຜັນຂະຫຍາຍອອກມາເປັນແຜນການອັນລະອຽດ ຂອງກຳລັງປ້ອງກັນຄວາມສະຫງົບ.

ກອງປະຊຸມໃນຄັ້ງນີ້, ຖືເປັນເຫດການທີ່ມີຄວາມໝາຍສຳຄັນ ໃນຊີວິດການເມືອງ, ເປັນຂີດໝາຍສຳຄັນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິ່ງເຖິງພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ; ພາລະບົດບາດ, ໜ້າທີ່ ຂອງສະພາປະຊາຊົນແຂວງ, ນະຄອນຫລວງ, ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ ຮ່ວມມືໃນການຍົກສູງພາລະບົດບາດຂອງ ສະພາ ແລະ ສະມາຊິກສະພາ ໄດ້ຮັບການປັບປຸງເສີມຂະຫຍາຍໄປທາງລວງເລິກ ແລະ ລວງກວ້າງທົ່ວເຖິງໃນກໍາລັງ ແລະ ສັງຄົມນັບມື້ເພີ່ມຂຶ້ນ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...