spot_img
Homeຂ່າວຕ່າງປະເທດຈີນປະກາດດຳເນີນການຊ້ອມຮົບຕໍ່ໃນທະເລເຫຼືອງ ແລະ ທະເລປໍໄຫ່ ຫຼັງຈາກການຊ້ອມຮົບອ້ອມເກາະໄຕ້ຫວັນ

ຈີນປະກາດດຳເນີນການຊ້ອມຮົບຕໍ່ໃນທະເລເຫຼືອງ ແລະ ທະເລປໍໄຫ່ ຫຼັງຈາກການຊ້ອມຮົບອ້ອມເກາະໄຕ້ຫວັນ

Published on

ຈີນປະກາດດຳເນີນການຊ້ອມຮົບຕໍ່ໃນທະເລເຫຼືອງ ແລະ ທະເລປໍໄຫ່ ແລະ ຈະຊ້ອມຮົບໃນທະເລທາງຕະເວັນອອກຂອງເສັ້ນກາງໃນຊ່ອງແຄບໄຕ້ຫວັນເປັນປົກກະຕິ.

ວັນທີ 7 ສິງຫາ 2022 ສຳນັກຂ່າວ ບີບີຊີ ໄດ້ລາຍວ່າ ກອງທັບເຮືອຂອງຈີນປະກາດວ່າ ຈະເລີ່ມການເຝິກຊ້ອມທາງທະຫານຄັ້ງໃໝ່ ບໍລິເວນທະເລເຫຼືອງ ແລະ ທະເລປໍໄຫ່ ໃນຂະນະທີ່ການຊ້ອມຮົບຄັ້ງໃຫຍ່ 6 ຈຸດຮອບເກາະໄຕ້ຫວັນ ເຊິ່ງເກີດຂຶ້ນເພື່ອຕອບໂຕ້ໃນການເດີນທາງຂອງປະທານສະພາສະຫະລັດອາເມຣິກາ ໃນອາທິດແລ້ວນີ້.

ຕາມການເປີດເຜີຍຂອງທາງການຈີນ ການຊ້ອມຮົບໃນທະເລເຫຼືອງ ເຊິ່ງຕັ້ງລະຫວ່າງຈີນກັບແຫຼມເກົາຫຼີ ທີ່ຈະເປັນການເຝິກຊ້ອມທາງທະຫານປະຈຳວັນ ເລີ່ມຕັ້ງແຕ່ວັນເສົາທີ 6 ສິງຫາ ຫາກາງເດືອນສິງຫາ ເຊິ່ງຈະລວມເຖິງການຊ້ອມຍິງລູກປືນແທ້ ແລະ ຈະມີການເຝິກຊ້ອມທາງທະຫານທີ່ທະເລປໍໄຫ່  ບໍລິເວນແຄມຝັ່ງທະເລຕະເວັນອອກຂອງຈີນ ເລີ່ມຕັ້ງແຕ່ວັນເສົາຜ່ານມານີ້ ເປັນເວລາ 1 ເດືອນ.

ໃນນັ້ນ ການຊ້ອມຮົບຮອບເກາະໄຕ້ຫວັນ 6 ຈຸດ ມີການກຳນົດສິ້ນສຸດໃນວັນທີ 7 ສິງຫາທີ່ຜ່ານມາ ແຕ່ທັງຈີນ ແລະ ໄຕ້ຫວັນຍັງບໍ່ມີການຢືນຢັນວ່າຊ້ອມຮົບຈົບລົງແລ້ວຫຼືບໍ່.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...