spot_img
Homeຂ່າວຕ່າງປະເທດໄທບັນຫາໜັກ ນັກຮຽນຂໍມີເຊັກແລກ iPhone 6

ໄທບັນຫາໜັກ ນັກຮຽນຂໍມີເຊັກແລກ iPhone 6

Published on

1

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ພະຈິກ ທີ່ຜ່ານມາວ່າ ໃນເວັບບອດຊື່ດັງພັນທິບດັອດຄອມ ໄດ້ມີຜູ້ເຂົ້າມາຕັ້ງກະທູ້ທີ່ມີຊື່ວ່າ “ ອ້າຍໆ ນ້ອງຂໍຊື້ໄອໂຟນ6 ແຕ່ເງິນບໍ່ພໍ ຂໍຈ່າຍເປັນ…??…ໄດ້ບໍ?” ໂດຍ ເຈົ້າຂອງກະທູ້ທີ່ຊື່ ທ່ານບໍ່ມີວັນເດິນດຽວດາຍ ອ້າງວ່າເປັນເຫດການຈິງທີ່ເກີດຂຶ້ນກັບຮ້ານຂາຍ ໂທລະສັບມືຖືຂອງໝູ່ໂຕເອງ ໂດຍເປັນຮູບພາບການແຊດລົມກັນລະຫວ່າງ ເດັກນ້ອຍນັກຮຽນໄທທີ່ຄາດວ່າຈະເປັນ ນັກຮຽນມັດທະຍົມຕອນຕົ້ນ ກັບເຈົ້າຂອງຮ້ານຂາຍໂທລະສັບ ໂດຍມີການສອບຖາມແລະຕໍ່ລອງລາຄາມືຖື ໄອໂຟນ 6 ແຕ່ເມື່ອເດັກຍິງຄົນດັ່ງກ່າວພົບວ່າ ຕົນເອງເງິນບໍ່ພໍ 3,900 ບາດ ຈຶ່ງສາມາດຊື້ໂທລະສັບໄອໂຟນ 6 ໄດ້ ເຈົ້າໂຕຈຶ່ງຂໍນອນນຳເຈົ້າຂອງຮ້ານ ເພື່ອແລກກັບໂທລະສັບມືຖືທີ່ຢາກໄດ້ ແລະເມື່ອເຈົ້າຂອງຮ້ານບອກປະຕິເສດ ໂດຍໃຫ້ເຫດຜົນວ່າຮັກພັນລະຍາ ພ້ອມຖາມວ່າອາຍຸຈັກປີແລ້ວ ແລະຕັກເຕືອນດ້ວຍຄວາມຫວັງດີ ເດັກນ້ອຍຍິງຄົນດັ່ງກ່າວພັດຕອກກັບດ້ວຍ ຄຳຫຍາບຄາຍວ່າ: ຢ່າເສືອກ

 

ເມື່ອຜູ້ຄົນໃນສັງຄົມອອນລາຍນ໌ ຕ່າງກໍຕົກຕະລຶງກັບການກະທຳຂອງເດັກຍິງ ແລະວິຈານເຖິງຄວາມບໍ່ເໝາະສົມຢ່າງຫຼວງຫຼາຍ

 

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...