spot_img
Homeຂ່າວພາຍ​ໃນລາຄາສິນຄ້າ ຢູ່ນະຄອນຫລວງວຽງຈັນ ຈຶ້ງຢູ່ເກນປົກກະຕິດີ

ລາຄາສິນຄ້າ ຢູ່ນະຄອນຫລວງວຽງຈັນ ຈຶ້ງຢູ່ເກນປົກກະຕິດີ

Published on

market

 

ຕາມການ​ລົງ​ສອບ​ຖາມ​ແມ່ຄ້າ​ຊາວ​ຂາຍ ຕາມທ້ອງຕະຫລາດ​ຕ່າງໆ​ ໃນນະຄອນຫລວງ​ວຽງ​ຈັນ ໃນວັນທີ 10 ພະຈິກນີ້

ເຊັ່ນ: ຕະຫລາດ​ໜອງ​ດ້ວງ, ຕະຫລາດ​ໜອງ​ຈັນ, ຕະຫລາດ​ໂພນຕ້ອງ ແລະ ອື່ນໆ ເຫັນ​ວ່າ​ລາຄາ​ສິນຄ້າ​ທົ່ວໄປຍັງຢູ່ໃນ

ເກນປົກກະຕິຄື ຜັກ​ສະ​ລັດ, ຜັກບົ້ງ, ດອກ ຜັກ, ​ຫອມປ້ອມ, ຫອມບົ່ວ, ຫອມ ລາບ, ໝາກ ນາວ ລາຄາ 8-12.000 ກີບ

/ກິ​​ໂລ, ຜັກກາດ ຊອມ 5-8.000 ກີບ/ກິໂລ, ໝາກເລັ່ນ 7.000 ກີບ/ກິໂລ, ໝາກເພັດ 12.000 ກີບ/ກິໂລ, ໝາກແຕງ

5.000 ກີບ/ກິໂລ, ເຫັດເຟືອງ 25.000 ກີບ/ກິໂລ, ຫອມບົ່ວແຫ້ງ 8.000 ກີບ/ກິໂລ, ກະທຽມແຫ້ງ 10-12.000 ກີບ/ ກິ

ໂລ.

 

ສ່ວນລາຄາປານິນ 18-20.000 ກີບ/ກິໂລ, ຊີ້ນງົວລາ ຄາ 70 – 75.000 ກີບ/ກິໂລ, ດູກ ງົວ45.000 ກີບ/ກິໂລ, ຊີ້ນໝູລາ

ຄາ 38-40.000 ກີບ/ກິໂລ, ດູກໝູ 30-35.000 ກີບ/ກິໂລ, ກົບ 55-60.000 ກີບ/ກິໂລ, ອ່ຽນ 65-70.000 ກີບ/ກິ ໂລ,ໄກ່

ລາດ 40-45.000 ກີບ/ກິໂລ, ເປັດ 35-40.000 ​ກີບ/ກິໂລ.

 

ນີ້ກໍເນື່ອງ ຈາກພາກສ່ວນຮັບຜິດຊອບ ສາມາດຄວບຄຸມລາຄາໄວ້ໃຫ້ຢູ່ໃນເກນປົກກະຕິ ພ້ອມນັ້ນກໍແມ່ນ ຄວາມອາດ

ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດ ກໍຄືຜູ້ບໍລິໂພກໄດ້ພຽງພໍ ຍ້ອນການຜະລິດຂອງປະຊາຊົນມີການ

ຂະຫຍາຍຕົວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...